ລັດຖະມົນຕີກະຊວງການເງິນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຫຼາຍບັນຫາທີ່ສະມາຊິກສະພາແຫ່ງຊາດຊັກຖາມ ຫຼາຍຄໍາຖາມຕໍ່ກັບບັນຫາການຮັບປະກັນແຫຼ່ງທຶນ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນທ້າຍປີ 2025 ນີ້ໃຫ້ບັນລຸຕາມເປົ້າໝາຍ ທ່ານໄດ້ຊີ້ແຈງວ່າ: ດັ່ງທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຮັບຊາບຂໍ້ມູນເບື້ອງຕົ້ນແລ້ວວ່າ ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວປະມານ 4.5% ໃນໄຕມາດ 1, 2025 ນີ້ ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຮອດວັນທີ…