ໄພງຽບໃກ້ໂຕທີ່ອາດຈະຄາດບໍ່ເຖິງ ແລະ ມັກຖືກກວດພົບໃນໄລຍະທີ່ລຸກລາມໄປແລ້ວ!

ຕາມສະຖິຕິຂອງອົງການອະນາໄມໂລກ ມະເຮັງປອດແມ່ນມະເຮັງທີ່ຄົນທົ່ວໂລກເປັນຫຼາຍ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ມີຜູ້ຕິດເຊື້ອໃໝ່ປະມານ 2,5 ລ້ານຄົນໃນແຕ່ລະປີ ແລະ ມີຜູ້ເສຍຊີວິດປະມານ 1,8 ລ້ານຄົນ. ເນື່ອງຈາກປອດເປັນອະໄວຍະວະທີ່ເຮັດໜ້າທີ່ໃນການເອົາອົກຊີຈາກສິ່ງເວດລ້ອມເຂົ້າສູ່ກະແສເລືອດ. ມະເຮັງປອດຖ້າກວດພົບໃນໄລຍະຕົ້ນ ມີໂອກາດສູງທີ່ຈະປິ່ນປົວໃຫ້ຫາຍຂາດໄດ້ ຢ່າງໃດກໍ່ຕາມເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ເພາະທີ່ຄົນເຈັບສ່ວນຫຼາຍມັກຈະໄປພົບແພດເມື່ອມະເຮັງໄດ້ແຜ່ລາມໄປແລ້ວ ເຮັດໃຫ້ການປິ່່ນປົວມີຄວາມຫຍຸ້ງຍາກຫຼາຍ ແລະ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້.ສໍາລັບອາການເບື້ອງຕົ້ນແມ່ນໄອເປັນເລືອດ, ຫາຍໃຈຍາກ, ຫອບ, ຫາຍໃຈຝືດ, ສຽງແຫບ, ເຈັບໜ້າເອິກ, ເມື່ອຍລ້າ, ບໍ່ຢາກອາຫານ ແລະ ນ້ໍາຫນັກລົງຜິດປົກກະຕິ.
ມະເຮັງປອດເປັນພະຍາດຮ້າຍແຮງທີ່ມັກຈະກວດພົບເມື່ອມີອາການແລ້ວ ແລະ ສົ່ງຜົນໃຫ້ມີອັດຕາການເສຍຊີວິດຂ້ອນຂ້າງສູງ. #ສາເຫດຕົ້ນຕໍ່ແມ່ນມາຈາກຢາສູບ, ຄວັນຢາສູບ,ຢາສູບໄຟຟ້າ ແລະ ໂດຍສະເພາະຝຸ່ນ PM2.5 ທີ່ມີສານເຄມີຫຼາຍຊະນິດທີ່ເປັນສານກໍ່ມະເຮັງ. ສັນຍານເຕືອນໄພຂອງມະເຮັງປອດ ຖືວ່າຮຸນແຮງພໍສົມຄວນ ນອກຈາກນັ້ນ, ການກວດຫາມະເຮັງໃນໄລຍະຕົ້ນແມ່ນຂ້ອນຂ້າງຍາກ ເຮັດໃຫ້ປະສິດທິພາບຂອງການປິ່ນປົວຂ້ອນຂ້າງຈໍາກັດ.
ວິທີທີ່ດີທີ່ສຸດແມ່ນເນັ້ນໃສ່ການປ້ອງກັນຫຼາຍກວ່າການປິ່ນປົວ ເຊິ່ງສາເຫດຕົ້ນຕໍຂອງມະເຮັງປອດແມ່ນຢາສູບ. ດັ່ງນັ້ນ, ຢຸດເຊົາການສູບຢາ ຫຼື ຫຼີກເວັ້ນການໃກ້ຊິດກັບຜູ້ທີ່ສູບຢາ, ອາໄສຢູ່ໃນບ່ອນທີ່ມີອາກາດປອດໂປ່ງ, ໃສ່ອຸປະກອນປ້ອງກັນ ຫຼື ໜ້າກາກອານາໄມຖ້າທ່ານຕ້ອງເຮັດວຽກຢູ່ໃນສະຖານທີ່ທີ່ມີຄວາມສ່ຽງຕໍ່ການເປັນພະຍາດ, ພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີໂພຊະນາການ, ອອກກໍາລັງກາຍ ແລະ ໝັ່ນກວດສຸຂະພາບຕະຫຼອດ.