ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່).



ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ,
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່) ເຊິ່ງປະກອບມີ 13 ພາກ, 10 ໝວດ, 68 ມາດຕາ, ກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການເຄື່ອນໄຫວ, ການແຕ່ງຕັ້ງ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ແລະ ການສັບປ່ຽນບ່ອນປະຈຳການ ຂອງພະນັກງານໄອຍະການ, ການປະຕິບັດນະໂຍບາຍ, ການຕິດຕາມກວດກາ ແລະ ການປະເມີນຜົນ ເພື່ອເຮັດໃຫ້ພະນັກງານໄອຍະການ ມີຄວາມຈົງຮັກພັກດີ, ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມສັດຊື່ບໍລິສຸດ, ມີຈັນຍາບັນ, ຈັນຍາທໍາ ແນໃສ່ຮັບປະກັນ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ ແລະ ການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ໃຫ້ ມີຄວາມ ວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ, ພາວະວິໄສ, ປະກອບສ່ວນ ເຮັດໃຫ້ສັງຄົມ ມີຄວາມສະຫງົບ ເປັນ ລະບຽບຮຽບຮ້ອຍ ແລະ ຍຸຕິທຳ, ສຳລັບ ໝວດທີ 2 ມາດຕາ 13 ມາດຕະຖານລວມ ຂອງພະນັກງານໄອຍະການ ຕ້ອງເປັນພົນລະເມືອງລາວ ໂດຍກຳເນີດ, ມີອາຍຸແຕ່ 25 ປີຂຶ້ນໄປ; ມີ ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ມີ ຄວາມຮູ້ ຄວາມສາມາດ, ມີແບບ ແຜນນໍາພາ ແລະ ວິທີເຮັດວຽກ, ມີ ຈັນຍາບັນ, ຈັນຍາທຳ, ມີຄວາມສັດຊື່ບໍລິສຸດ ໃນການປະຕິບັດໜ້າທີ່ຂອງຕົນ, ມີລະດັບການສຶກສາດ້ານກົດໝາຍ ແຕ່ຊັ້ນສູງຂຶ້ນໄປ, ໄດ້ຝຶກອົບຮົມ ວຽກງານໄອຍະການ ແລະ ທິດສະດີການເມືອງ ແລະ ການປົກຄອງ; ຮູ້ພາສາຕ່າງປະເທດໃດໜຶ່ງ; ສາມາດນໍາໃຊ້ຄອມພິວເຕີ; ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາ ຍ້ອນການກະທໍາຜິດ ໂດຍເຈດຕະນາ; ມີສຸຂະພາບດີ, ເຊິ່ງມີສິດ ແລະ ໜ້າທີ່ລວມຄື: ຕິດຕາມກວດກາການປະຕິບັດກົດໝາຍ ຂອງ ອົງການສືບສວນ-ສອບສວນ, ສານປະຊາຊົນ ແລະ ອົງການປະຕິບັດຄໍາຕັດສິນຂອງສານ; ດໍາເນີນການສອບສວນຄະດີ; ເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ; ເກັບກຳຂໍ້ມູນຫຼັກຖານກ່ຽວກັບຄະດີ;ເຂົ້າຮ່ວມການດໍາເນີນຄະດີກັບເຈົ້າໜ້າທີ່ສືບສວນ-ສອບສວນ; ຄົ້ນຄວ້າ ສະຫຼຸບ ສັງລວມຄະດີ, ຄໍາຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນ, ເຂົ້າຮ່ວມປະຊຸມສານ ແລະ ຖະແຫຼງໃນທີ່ປະຊຸມສານ; ຕິດຕາມກວດກາການປະຕິບັດຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນ ແລະ ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ,ຕິດຕາມກວດກາ ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍດັດສ້າງ ແລະ ຄ້າຍຄຸມຂັງ, ໄດ້ຮັບການບຳລຸງ, ຍົກລະດັບ ກ່ຽວກັບວຽກງານໄອຍະການ; ສະຫຼຸບ ແລະ ລາຍງານ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ຫົວໜ້າອົງການ ໄອຍະການປະຊາຊົນ ຢ່າງເປັນປົກກະຕິ; ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຄໍາສັ່ງຂອງ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ຫຼື ຫົວໜ້າອົງການໄອຍະການທະຫານຂັ້ນສູງ.
ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ເເລະ ປະກາດໃຊ້ຢ່າງເປັນທາງການເເລ້ວ ກົດໝາຍດັ່ງກ່າວຈະເປັນເຄື່ອງມືອັນສຳຄັນຂອງພະນັກງາານໄອຍະການ ໃນຂອບເຂດທົ່ວປະເທດຢ່າງລວມສູນ ເປັນເອກະພາບ ເເລະ ມີປະສິດທິຜົນໃນການປົກປ້ອງສິດ ເເລະ ໜ້າທີ່ພະນັກງານໄອຍະການເເຕ່ລະຂັ້ນໃຫ້ຄົບຖ້ວນ ເເລະ ມີຄຸນະພາບກ່ຽວກັບວຽກງານໄຍຍະການຍີ່ງຂຶ້ນ. ຈາກນັ້, ບັນດາສະມາຊິກສະພາເເຫ່ງຊາດ ກໍໄດ້ສຸມໃສ່ປະກອບຄໍາເຫັນເພື່ອພິຈາລະນາໃສ່ຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ ເພື່ອປັບປຸງບາງມາດຕາໃຫ້ຄົບຖ້ວນສົມບູນຕື່ມອີກ.
ໂດຍ: ສຸກສາຄອນ-ໄພນາລິນ