ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປະກາດຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI.

ພິທີປະກາດຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຈັດຂຶ້ນໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພະນັກງານ – ຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI, ຕາມຜົນການເລືອກຕັ້ງຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ໃນວັນທີ 20 ກຸມພາ 2025 ຈໍານວນ 15 ສະຫາຍ ເຊິ່ງມີລາຍຊື່ຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ, ສະຫາຍ ພັນເອກ ແພງສີ ເສັງວິໄຊ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍ ພັນເອກ ໄຊຍະແສງ ໄມມະນີ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ, ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ, ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ, ສະຫາຍ ພັນເອກ ລັດສະໝີ ຂັນອາສາ. ໃນນີ້. ຮັບຮອງເອົາຄະນະປະຈໍາພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI, ຈໍານວນ 5 ສະຫາຍຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ສະຫາຍ ພົນຈັດຕະວາເດືອນສະຫວັນ ສາຍພິມຄໍາປະທຸມ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ແລະ ຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກ, ປະທານ ແລະ ຮອງປະທານຄະນະກວດກາພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນປະທານຄະນະກວດກາພັກ, ສະຫາຍ ພັນໂທ ວິໄລສິນ ລິນທະສອນ ເປັນຮອງປະທານຄະນະກວດກາພັກ, ສະຫາຍ ພັນໂທ ພັນໄຊ ສີວົງຈັນ ເປັນຮອງປະທານຄະນະກວດກາພັກ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາເຫັນໂອ້ລົມ ຮຽກຮ້ອງໃຫ້ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ເອົາໃຈໃສ່ເພີ່ມທະວີການນໍາພາຂອງພັກ ແລະ ກໍ່ສ້າງພັກ ໂດຍຖືຄຸນະພາບເປັນຕົ້ນຕໍ, ຍົກສູງຄຸນະພາບນໍາພາ ແລະ ແບບແຜນວິທີເຮັດວຽກ ຂອງຄະນະພັກຂັ້ນຕ່າງໆ ກໍຄື ຄວາມເປັນແບບຢ່າງນໍາໜ້າຖັນແຖວສະມາຊິກພັກ, ສູ້ຊົນກໍ່ສ້າງພັກຕາມທິດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ພ້ອມນີ້ສະມາຊິກພັກທຸກສະຫາຍ ກໍຕ້ອງເອົາໃຈໃສ່ປະຕິຕາມຂໍ້ກຳນົດກົດລະບຽບຂອງພັກຢ່າງເຂັ້ມງວດ, ພ້ອມທັງຍົກສູງນໍ້າໃຈຮັກຊາດ ເອກະລາດ ເປັນເຈົ້າຕົນເອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ກໍຄືໜ້າທີ່ການເມືອງຂອງກົມກອງໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກຂອງຕົນ ໃຫ້ເປັນແຜນການອັນລະອຽດ, ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ, ແບ່ງງານແບ່ງຄວາມຮັບຜິດຊອບພາຍໃນຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກໍຄືສະມາຊິກພັກທຸກສະຫາຍ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີຄຸນະພາບ ແລະ ມີຜົນສຳເລັດສູງ.

ຂ່າວ-ພາບ:ລີຕ່າ.