ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມ ລາຍງານ ແລະ ຂໍທິດຊີ້ນໍາການກະກຽມດໍາເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX

ກອງປະຊຸມ ລາຍງານ ແລະ ຂໍທິດຊີ້ນໍາການກະກຽມດໍາເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX, ຈັດຂຶ້ນໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະຊີ້ນໍາ, ຄະນະອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ລາຍງານໂດຍຫຍໍ້ຄວາມຄືບໜ້າ ກໍຄືການປະຕິບັດໜ້າວຽກ ຂອງບັນດາອະນຸກຳມະການ ກ່ຽວກັບຄວາມພ້ອມດ້ານເນື້ອໃນ, ແຜນງົບປະມານ, ວຽກງານການປ້ອງກັນ, ວຽກງານໂຄສະນາ-ສື່ສານມວນຊົນ ແລະ ວຽກງານຮັບປະກັນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ບັ້ນດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ບັນດາອະນຸກໍາມະການ ໄດ້ພ້ອມກັນປະກອບຄໍາເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ຮັບໝາກຜົນອັນຈົບງາມ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມທົ່ວກອງທັບຄັ້ງທີ IX ໄປຕາມວາລະທີ່ໄດ້ກໍານົດໄວ້ ມີຜົນສໍາເລັດຕາມຈຸດປະສົງ ແລະ ຕາມແຜນການ.

ໂດຍ: ຄຳໄຕ ຈັນນະຄອນ.