ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ລົງເຄື່ອນໄຫວວຽກງານຂ່າວສານ ແລະ ເຮັດລາຍການອອກອາກາດສົດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ.




ໃນລະຫວ່າງວັນທີ 12-13 ມິຖຸນາ 2025, ສະຫາຍພັນໂທ ສຸກຂີ ວົງພິມ ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ພ້ອມດ້ວຍພະນັກງານວິຊາການກອງວິທະຍຸກະຈາຍສຽງກອງທັບ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນຂ່າວ-ບົດ ແລະ ເຮັດລາຍການອອກອາກາດສົດ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ, ໂດຍມີສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້, ແມ່ນເພື່ອເກັບກຳຜົນງານຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ປະດັບເອ້ໃຫ້ 3 ວັນປະຫວັດສາດ ຂອງຊາດຂອງພັກ ໃນປີ 2025 ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ,ໃຫ້ມີຂະບວນການຟົດຟື້ນກວ້າງຂວາງ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ, ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານສຸມໃສ່ເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງ ກໍ່ສ້າງກໍາລັງ, ວຽກງານພັດທະນາປັບປຸງກໍ່ສ້າງກົມກອງ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ວຽກງານຊຸກຍູ້ຂະບວນການດ້ານຕ່າງໆຂອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ຕິດພັນກັບການຫ້າງຫາກະກຽມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກ ກອງບັນຊາການທະຫານແຂວງຄຳມ່ວນ ທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ເຕັມໄປດ້ວຍໝາກຜົນອັນຈົບງາມ.
ໃນການລົງເຄື່ອນໄຫວໃນຄັ້ງນີ້ໄດ້ມີການຈັດລາຍການອອກອາກາດສົດ 2 ລາຍການ ຄື: ລາຍການສະບາຍດີກ່ອນທ່ຽງ ແລະ ລາຍການມ່ວນຊື່ນກັບເພື່ອນນັກຮົບ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆຂອງກອງບັນຊາການທະຫານແຂວງຄຳມ່ວນ, ໂຄສະນາເຜີຍແຜ່ຜົນງານຂອງກົມກອງ ອອກຂ່າວ ທາງສະຖານີວິທະຍຸກະຈາຍສຽງກອງທັບ ປະຊາຊົນລາວ Fm 99,7 Mhz ແລະ ສື່ອອນລາຍເຟສບຸກ, ຢູທູບ ແລະ ເວັບໄຊ້ ໃຫ້ມີເນື້ອໃນເລິກເຊິ່ງ ພ້ອມທັງເປັນການກວດກາຄວາມພ້ອມທາງດ້ານອຸປະກອນ ແລະ ພາຫະນະຮັບໃຊ້ໃຫ້ການຖ່າຍທອດສຽງໃຫ້ຢູ່ໃນທ່າກຽມພ້ອມໃຊ້ງານຢ່າງປົກກະຕິ ຮັບປະກັນເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ.