ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮືອກອງທັບ ສ້າງໄດ້ຜົນງານທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ.






ໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມເເປງລົດ-ເຮຶອກອງທັບ ເເມ່ນໜ່ວຍເອກະລາດໜຶ່ງ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ ແລະ ຊ່ວຍຄະນະພັກ – ຄະນະອໍານວຍການຊຸກຍູ້ຂະບວນການຕ່າງໆ ໃນກົມກອງ, ເຮັດສຳເລັດໜ້າທີ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງຂອງຄະນະພັກ-ຄະນະອຳນວຍການ ແລະ ພະເເນກສະຫະພັນເເມ່ຍິງກົມໃຫຍ່ເຕັກນິກກອງທັບ ກໍຄື ຫ້ອງການສະຫະພັນແມ່ຍິງກອງທັບ, ແຜນພັດທະນາແມ່ຍິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ, ສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນໍາຂອງພັກ-ລັດ ອອກແຮງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນເທິງໄດ້ເປັນຢ່າງດີ.
ສະຫາຍ ພັນຕີ ນາງ ຄຳຫຼ້າ ສາລິວົງ ຫົວຫນ້າໜ່ວຍສະຫະພັນເເມ່ຍິງ ໂຮງງານສ້ອມແປງລົດ-ເຮຶອກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍສະຫະພັນເເມ່ຍິງ ໄດ້ປະສານສົມທົບກັບຄະນະພັກ-ອຳນວຍການເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງດ້ວຍຫຼາຍຮູບ, ຫຼາຍວິທີທີ່ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂຕົວຈິງຂອງແຕ່ລະກົມກອງ, ໃນນີ້ ໄດ້ຊີ້ນຳ-ນໍາພາ ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງຕ່າງໆຂອງພັກ-ລັດ, ເຂົ້າຮ່ວມຮັບຟັງປາຖະກະຖາວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ເຜີຍແຜ່ມະຕິ ແລະ ກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ເອົາໃຈໃສ່ໂຄສະນາເຜີຍແຜ່, ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມກົດໝາຍຕ່າງໆເຊັ່ນ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ສົນທິສັນຍາ, ນິຕິກຳ ແລະ ກົດໝາຍອື່ນໆ ທີ່ກ່ຽວພັນເຖິງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ເປັນເຈົ້າການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງແມ່ຍິງລາວ, ອັນພົ້ນເດັ່ນເອື້ອຍນ້ອງສະມາຊິກເເມ່ຍິງຍັງໄດ້ເຂົ້າຮຽນການເມືອງ, ເຂົ້າຮ່ວມກອງປະຊຸມຕ່າງໆຂອງຄະນະພັກ-ຄະນະບັນຊາ,ອົງການຈັດຕັ້ງມະຫາຊົນ ເເລະ ຂັ້ນເທິງຈັດຂຶ້ນຕາມການມອບໝາຍ, ວຽກງານສ້າງຂະບວນການ ໄດ້ເອົາໃຈໃສ່ນຳພາເອື້ອຍນ້ອງເເມ່ຍິງອະນາໄມຂອບເຂດຮັບຜິດຊອບ ເເລະ ເຂົ້າຮ່ວມອະນາໄມນຳບ້ານໃກ້ຄຽງເປັນປົກກະຕິ, ນອກນັ້ນ ຍັງໄດ້ເຂົ້າຮ່ວມຂະບວນການກິລາຕ່າງໆທີ່ຂັ້ນເທິງຈັດຂຶ້ນ, ວຽກງານເເກ້ໄຂຊີວິດການເປັນຢູ່ ເອື້ອຍນ້ອງສະມາຊິກເເມ່ຍິງບາງຄອບຄົວ ໄດ້ຕໍ່າຫູກ, ປູກຜັກສວນຄົວ, ຄ້າຂາຍ ເເລະ ລ້ຽງສັດ ສະເລ່ຍໄດ້ 500.000ກີບ/ຄອບຄົວ, ນອກນັ້ນຍັງໄດ້ໜູນວຽນຂາຍເຄື່ອງຍ່ອຍໃຫ້ກົມກອງຫາລາຍໄດ້ເຂົ້າຄັງ, ເຊິ່ງປັດຈຸບັນໜ່ວຍສະຫະພັນເເມ່ຍິງ ມີ 02ຈຸ ຂຶ້ນກັບ, ມີສະມາຊິກທັງໝົດ 12 ສະຫາຍ, ຄຽງຄູ່ກັນນີ້ ໜ່ວຍສະຫະພັນເເມ່ຍິງຍັງໄດ້ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ມີເງິນກອງທືນທັງໝົດ 4.418.000 ກີບ, ຜ່ານການຊີ້ນຳ-ນຳພາເອຶ້ອຍນ້ອງສະມາຊິກເເມ່ຍິງ ສາມາດຄັດເລືອກໄດ້ ພົນລະເມືອງດີ 12 ສະຫາຍ, ພັດທະນາດີ 12 ສະຫາຍ, ສ້າງຄອບຄົວດີ 07ຄອບຄົວ ເເມ່ຍິງ 3 ດີ ປະເພດ I, 10 ສະຫາຍ, ປະເພດ II, 1 ສະຫາຍ, ບຸກຄົນຕົວເເບບ 1 ສະຫາຍ ເເລະ ໜ່ວຍເເມ່ຍິງໄດ້ຖືກຮັບຮອງເປັນໜ່ວຍເເມ່ຍິງ 3 ດີ 5 ສະໄໝຕິດຕໍ່ກັນ.
ສະນັ້ນ, ໃນໂອກາດວັນສ້າງຕັ້ງເເມ່ຍິງລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້, ຕາງໜ້າໃຫ້ຄະນະໜ່ວຍສະຫະພັນແມ່ຍິງ ເເລະ ສະມາຊິກເເມ່ຍິງທົ່ວໂຮງງານສ້ອມເເປງລົດ-ເຮືອກອງທັບ ຂໍອວຍພອນໄຊອັນປະເສີດແດ່ ການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາສະຫະພັນເເມ່ຍິງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ-ຄອບຄົວ ແລະ ສືບຕໍ່ໃຫ້ການນໍາພາ-ຊີ້ນໍາອົງການຈັດຕັ້ງເເມ່ຍິງລາວ ເວົ້າລວມ, ເວົ້າສະເພາະອົງການຈັດຕັ້ງເເມ່ຍິງໂຮງງານສ້ອມເເປງລົດ-ເຮຶອກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສຸກສາຄອນ ພົງໄຊຜົນ