ວິທະຍາຄານເຕັກນິກການທະຫານ ສໍາເລັດການກໍ່ສ້າງນັກສຶກສາ 5 ລະບົບ ປະຈໍາ ສົກຮຽນ 2024-2025







ໃນວັນທີ 16 ມິຖຸນາ 2025, ວິທະຍາຄານເຕັກນິກການທະຫານ ໄດ້ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ 5 ລະບົບ ປະຈໍາ ສົກຮຽນ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ອຳນວຍການ, ຫົວໜ້າການທະຫານ ວິທະຍາຄານເຕັກນິກ ການທະຫານ, ມີບັນດາຕາງໜ້າກົມຄຸ້ມຄອງລົດ-ເຮືອ, ກົມເສນາເຕັກນິກ, ກົມຄຸ້ມຄອງອາວຸດ-ກະສຸນ, ກົມໂຮງຮຽນ, ກົມພະນັກງານ, ກົມກໍາລັງພົນ, ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາຄູ, ສູນທົດລອງ-ເຝິກຫັດ, ກອງພັນຄຸ້ມຄອງນັກສຶກສາ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມວິທະຍາຄານເຕັກນິກການທະຫານ ໄດ້ຜ່ານບົດສະຫຼຸບຕີລາຄາຜົນສໍາເລັດ ຂອງການຈັດຕັ້ງອົບຮົມ-ກໍ່ສ້າງກໍາລັງ ສົກຮຽນ 2024-2025, ຄະນະພັກ-ຄະນະບັນຊາທຸກຂັ້ນໃນວິທະຍາຄານເຕັກນິກການທະຫານ ໄດ້ຖືສໍາຄັນໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາແຕ່ລະເປົ້າໝາຍຢ່າງເປັນປົກກະຕິ, ຫັນທຸກການເຄື່ອນໄຫວວຽກງານ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ແບບແຜນ, ຄຸ້ມຄອງບໍລິຫານດ້ວຍຂໍ້ກຳນົດ, ກົດລະບຽບ ຂອງກົມກອງ ແລະ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ຫ້ອງອົບຮົມໄດ້ຈັດຕັ້ງປະຕິບັດແຜນການວຽກງານອົບຮົມກໍ່ສ້າງຕ່າງໆ ຖືກຕາມພາລະບົດບາດ ເຊິ່ງສາມາດບັນລຸໄດ້ຕາມລະດັບຄາດໝາຍ ຂອງຫຼັກສູດທີ່ໄດ້ກຳນົດໄວ້ ສ່ວນຄູ-ອາຈານໄດ້ສຸມທຸກສະຕິປັນຍາຄົ້ນຄວ້າເອກະສານ, ແຕ່ງບົດສອນ, ສ້າງແຜນການສິດສອນ ແລະ ພາກປະຕິບັດຕົວຈິງເຂົ້າສູ່ການສິດສອນຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ. ຜ່ານການເຝິກຝົນຫຼ່ໍຫຼອມໃນໄລຍະສຶກສາຮໍ່າຮຽນ ມີນັກສຶກສາ 136 ສະຫາຍ ໃນນີ້, ນັກສຶກສາປະລິນຍາຕີ ເຕັກນິກລົດໂອໂຕທະຫານ ມີ 24 ສະຫາຍ ລະດັບ B+ ມີ 6 ສະຫາຍ ກວມເອົາ 25%, ລະດັບ B ມີ 17 ສະຫາຍ ກວມເອົາ 71%, ລະດັບ C+ ມີ 1 ສະຫາຍ ກວມເອົາ 1%; ນັກສຶກສາປະລິນຍາຕີເຕັກນິກ ຍຸດໂທ ມີ 25 ສະຫາຍ ລະດັບ B+ ມີ 5 ສະຫາຍ ກວມເອົາ 20%, ລະດັບ B ມີ 20 ກວມເອົາ 80%; ນັກສຶກສາປະລິນຍາຕີຕໍ່ເນື່ອງລົດໂອໂຕການທະຫານ 20 ສະຫາຍ ລະດັບ B+ ມີ 6 ສະຫາຍ ກວມເອົາ 30%, ລະດັບ B ມີ 14 ສະຫາຍ ກວມເອົາ 70%; ນັກສຶກສາເຕັກນິກຍຸດໂທຊັ້ນສູງຕໍ່ເນື່ອງ ມີ 19 ສະຫາຍ ລະດັບ B+ ມີ 10 ສະຫາຍ ກວມເອົາ 53%, ລະດັບ B ມີ 9 ສະຫາຍ ກວມເອົາ 47%; ນັກສຶກສາຊັ້ນກາງມີ: ນັກສຶກສາເຕັກນິກລົດໂອໂຕ 24 ສະຫາຍ ລະດັບ B+ ມີ 1 ສະຫາຍ ກວມເອົາ 4%, ລະດັບ B ມີ 16 ສະຫາຍ ກວມເອົາ 67%, ລະດັບ C+ ມີ 7 ສະຫາຍ ກວມເອົາ 29%; ນັກສຶກສາເຕັກນິກຍຸດໂທ 24 ສະຫາຍ ລະດັບ B+ ມີ 4 ສະຫາຍ ກວມເອົາ 17%, ລະດັບ B ມີ 19 ສະຫາຍ ກວມເອົາ 79%, ລະດັບ C+ ມີ 1 ສະຫາຍ ກວມເອົາ 4% ແລະ ໄດ້ຜ່ານຂໍ້ຕົກລົງມອບໃບຍ້ອງຍໍໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງຄື: ນັກສຶກສາປະລິນຍາຕີ ດີເດັ່ນປະເພດ I ຈໍານວນ 2 ສະຫາຍ, ດີເດັ່ນປະເພດ II ຈໍານວນ 4 ສະຫາຍ, ດີເດັ່ນປະເພດ III ຈໍານວນ 6 ສະຫາຍ, ນັກສຶກສາປະລິນຍາຕີຕໍ່ເນື່ອງ ດີເດັ່ນປະເພດ I ຈໍານວນ 1 ສະຫາຍ, ດີເດັ່ນປະເພດ II ຈໍານວນ 2 ສະຫາຍ ດີເດັ່ນປະເພດ III ຈໍານວນ 3 ສະຫາຍ ແລະ ນັກສຶກສາຊັ້ນກາງ ດີເດັ່ນປະເພດ I ຈໍານວນ 2 ສະຫາຍ, ດີເດັ່ນປະເພດ II ຈໍານວນ 4 ສະຫາຍ ດີເດັ່ນປະເພດ III ຈໍານວນ 6 ສະຫາຍ. ຈາກນັ້ນ, ໃນພິທີ ໄດ້ມອບ-ຮັບ ປະກາສະນີຍະບັດໃຫ້ນັກສຶກສາທີ່ຮຽນຈົບ ສົກຮຽນ 2024-2025 ຈໍານວນ 136 ສະຫາຍ ຕາມລຳດັບ ເຊິ່ງການມອບປະກາສະນີຍະບັດ ໂດຍສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ຂອງນັກສຶກສາທີ່ສ້າງມາໄດ້ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາທີ່ຮຽນຈົບ ໃນຄັ້ງນີ້ເອົາໃຈໃສ່ໃນການຝຶກຝົນຫຼ່ໍຫຼອມຕົນເອງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ – ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ, ກໍຄືກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆທີ່ໄດ້ສຶກສາຮໍ່າຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະເພຶ່ອປະກອບສ່ວນສ້າງກອງທັບໃຫ້ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳອ້າຍ ທອງວັນ.