ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຫຼາຍບັນຫາເພຶ່ອເຮັດໃຫ້ວຽກງານການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ໄດ້ມີຄຳເຫັນຕໍ່ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບສູງຕໍ່ເນື້ອໃນບົດລາຍງານດັ່ງກ່າວ ແລະ ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ກໍຄື ບັນດາອົງການລັດ ທີ່ໄດ້ເອົາໃຈໃສ່ ຊີ້ນໍາຈັດຕັ້ງປະຕິບັດວຽກງານໂຄສະນາ ເຜີຍແຜ່ກົດໝາຍ ໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍໄດ້ຮັບການເຜີຍແຜ່ຢ່າງທົ່ວເຖິງ ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບສູງ ຄືຕ້ອງໄດ້ເອົາໃຈໃສ່ຍົກລະດັບ ດຳລັດຂອງລັດຖະບານວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ຂຶ້ນເປັນກົດໝາຍ; ເພີ່ມທະວີບົດບາດຄຸ້ມຄອງມະຫາພາກວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການສ້າງແຜນການພັດທະນາ ການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2026-2030 ເພື່ອຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງໂຄສະນາ ເຜີຍແຜ່ກົດໝາຍຂອງຂະແໜງການຕ່າງໆ ໃຫ້ເປັນລະບົບ, ສ້າງພະນັກງານໂຄສະນາເຜີຍແຜ່ນິຕິກຳຂອງຂະແໜງການຕ່າງໆ ດ້ວຍການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ; ດໍາເນີນການປະເມີນ ແລະ ເກັບກຳສະຖິຕິການໂຄສະນາເຜີຍແຜ່ກົດໝາຍ ແນໃສ່ປັບປຸງກົນໄກ, ຮູບການວິທີການໂຄສະນາເຜີຍແຜ່ນິຕິກຳໃຫ້ມີຄວາມດຶງດູດ, ແທດເໝາະກັບລະດັບຄວາມຮັບຮູ້, ຄວາມສົນໃຈຂອງເປົ້າໝາຍ ແລະ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນ, ປັບປຸງກົນໄກປະສານສົມທົບລະຫວ່າງບັນດາກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີຄວາມໂລ່ງລ່ຽນກວ່າເກົ່າ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການໂຄສະນາເຜີຍແຜ່ກົດໝາຍ ເປັນຕົ້ນ ດ້ານງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍ. ນອກນີ້ ເພື່ອເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຄະນະປະຈຳສະພາແຫ່ງຊາດ ຂໍສະເໜີເພີ່ມເຕີມ ໂດຍໃຫ້ລັດຖະບານ, ອົງການ ຄົ້ນຄວ້າສ້າງຄູ່ມືການໂຄສະນາເຜີຍແຜ່ກົດໝາຍ ໂດຍຄັດຈ້ອນເອົາເນື້ອໃນຂອງກົດໝາຍ ທີ່ຕິດພັນກັບຄວາມຮັບຜິດຊອບການເມືອງ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ກໍຄືເນື້ອໃນທີ່ຕິດພັນກັບຊີວິດປະຈຳວັນຂອງປະຊາຊົນ ເພື່ອໂຄສະນາເຜີຍແຜ່ ເຊື່ອມຊຶມໃຫ້ເລິກເຊິ່ງ ແລະ ທົ່ວເຖິງ; ໃຫ້ລັດຖະບານ ຊຸກຍູ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າສ້າງຖານຂໍ້ມູນ ຂ່າວສານ ທີ່ທັນສະໄໝ ເພື່ອເປັນແຫຼ່ງຂໍ້ມູນໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງກົດໝາຍສະດວກ ແລະ ວ່ອງໄວ.

ໂດຍ: ສຸກສາຄອນ+ໄພນາລີນ