ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພິຈາລະນາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025.

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນ ຂອງການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນສະບັບປັບປຸງ ປີ 2025, ກົດໝາຍສະບັບນີ້ ໄດ້ກໍານົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ຈະແຈ້ງ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນ ໃຫ້ມີຄວາມຄ່ອງຕົວ ສອດຄ່ອງກັບສະພາບຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໂດຍການປັບປຸງບາງມາດຕາຂອງກົດໝາຍສະບັບນີ້ ຈະໄດ້ປ່ຽນແທນເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເຊັ່ນ: ມາດຕາ 18: ສິດ ແລະ ໜ້າທີ່ຂອງສານປະຊາຊົນ, ມາດຕາ 20: ສານປະຊົນສູງສຸດ, ມາດຕາ 21: ສິດ ແລະ ໜ້າທີ່ ສານປະຊາຊົນສູງສຸດ, ມາດຕາ 27: ສິດ ແລະ ໜ້າທີ່ ຂອງສານປະຊາຊົນເຂດ, ມາດຕາ 37: ການເລືອກຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາເເໜ່ງ ຫຼື ສັບປ່ຽນບ່ອນປະຈໍາການ ແລະ ມາດຕາ 38: ສິດ ແລະ ໜ້າທີ່ຂອງປະທານສານປະຊາຊົນສູງສຸດ, ການປັບປຸງກົດໝາຍສະບັບນີ້ ຖືວ່າເປັນເຄື່ອງມືອັນສຳຄັນໃນອົງການຕຸລະການ ໃນການເຄື່ອນໄຫວສິດ ແລະ ໜ້າທີ່ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດ ເຊີ່ງມັນສະແດງອອກໃນການພິຈາລະນາຕັດສິນ ພິພາກສາຄະດີ ມີຄວາມວ່ອງໄວ ໂປ່ງໃສ ຖືກຕ້ອງ ແລະ ໄດ້ຮັບຄວາມຍຸຕິທໍາໃນສັງຄົມ, ປະຊາຊົນມີຄວາມເຊື່ອໝັ້ນ, ເຊື່ອຖື ແລະ ພໍໃຈໃນການໄກ່ເກຍ ເຮັດໃຫ້ການຕັດສິນຄະດີຕ່າງໆຂອງສານປະຊາຊົນດີຂຶ້ນຕາມລໍາດັບ ແລະ ເປັນເຄື່ອງມືສຳຄັນໃນການຄຸ້ມຄອງເຄື່ອນໄຫວແຕ່ງຕັ້ງຍົກຍ້າຍ, ປົດຕໍາແໜ່ງ ຫຼື ສັບປ່ຽນບ່ອນປະຈຳການ, ການຕິດຕາມກວດກາຜູ້ພິພາກສາ, ເພື່ອເຮັດໃຫ້ຜູ້ພິພາກສາມີຈັນຍາບັນ, ຈັນຍາທຳ ໃນການພິຈາລະນາຕັດສິນພິພາກສາຄະດີຕ່າງໆ ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ, ມີຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂົ້າສູ່ລວງເລິກເທື່ອລະກ້າວ.

ຕໍ່ກັບການພິຈາລະນາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ບັນດາ ສສຊ ກໍໄດ້ປະກອບຄໍາຄິດຄໍາເຫັນ ແລະ ຄໍາສະເໜີແນະ ຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍ ເພື່ອນໍາໄປປັບປຸງ ຈັດລຽງເນື້ອໃນບັນດາມາດຕາຂອງກົດໝາຍທີ່ມີການປັບປຸງ ໂດຍສະເພາະແມ່ນ ມາດຕາທີ 21 ສິດ ແລະ ໜ້າທີ່ຂອງສານປະຊາຊົນສູງສຸດ, ມາດຕາ 37 ການເລືອກຕັ້ງ ແຕ່ງຕັ້ງ ຍົກຍ້າຍ ປົດຕໍ່າແໜ່ງ ຫຼືສັບປ່ຽນບ່ອນປະຈໍາການ, ມາດຕາ 38 ສິດ ແລະ ໜ້າທີ່ຂອງສານປະຊາຊົນສູງສຸດ, ເຊິ່ງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ສະບັບນີ້ ຈະໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາ ໃນວາລະຕອນທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX

ໂດຍ: ສຸກສາຄອນ-ໄພນາລິນ.