ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ.

ໃນວັນທີ 16 ມິຖຸນາ 2025 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະເເຫຼງຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານວ່າ: ການຂຶ້ນສະເໜີຄວາມເຫັນຂອງຄະນະປະຈຳຕໍ່ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກວ້າງຂວາງ, ຈະແຈ້ງ ຕໍ່ຄໍາຊັກຖາມ ແລະ ບັນຫາຕ່າງໆ ຢ່າງກົງໄປກົງມາ. ພິເສດກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງ ຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນສະຫຼຸບສັງລວມ, ໃນນີ້ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ກອງປະຊຸມ ສະແດງຄວາມຊົມເຊີຍ ແລະ ເຫັນດີ ເປັນເອກະພາບຕໍ່ການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ 2025 ຂອງລັດຖະບານ ສະແດງອອກ ໃນຜົນງານທີ່ຍາດມາໄດ້ ເປັນຕົ້ນ ອັດຕາການເຕີບໂຕເສດຖະກິດ (GDP) ຄາດວ່າຈະສາມາດປະຕິບັດໄດ້ 4.5%, ການເຕີບໂຕຂອງບາງຂະແໜງການມີທ່າອ່ຽງທີ່ດີ ໃນນັ້ນ ອຸດສາຫະກໍາ ເຕີບໂຕ 4.7%, ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການປະຕິບັດ ບັນດາຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍມີຄວາມຄືບໜ້າທີ່ດີ, ຕໍ່ການປະຕິບັດບາງຄາດໝາຍຂອງແຜນການ ປະຈໍາປີ 2025 ໄດ້ສະເໜີລັດຖະບານ ຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງກ່າວຕື່ມ ເພື່ອຮັບປະກັນການບັນລຸຄາດໝາຍ ການເຕີບໂຕເສດຖະກິດ (GDP) ຢູ່ໃນລະດັບ 4.8% ໃນ 6 ເດືອນທ້າຍປີ 2025, ສະເໜີໃຫ້ລັດຖະບານເອົາໃຈໃສ່ ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດ, ສ້າງຖານລາຍຮັບທີ່ມີຄວາມໝັ້ນຄົງ, ການສົ່ງເສີມການຜະລິດ ແລະ ການປຸ່ງແຕ່ງສິນຄ້າ ກ່ອນການສົ່ງອອກ, ຈັດສັນເຂດການຜະລິດ, ເຂດປູກ, ເຂດລ້ຽງ ໃຫ້ເປັນກຸ່ມ, ເປັນສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ; ມອບໃຫ້ລັດຖະບານສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງຄົ້ນຄວ້າສຸມການລົງທຶນຂອງລັດ ເຂົ້າໃສ່ການຟື້ນຟູກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຈຸດສຸມ, ເອົາໃຈໃສ່ສົ່ງເສີມ ການຜະລິດທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມແຜນວຽກຈຸດສຸມຂອງວາລະແຫ່ງຊາດ, ຍູ້ແຮງການຜະລິດກະສິກໍາໃຫ້ຫຼາຍຂຶ້ນ, ຮີບຮ້ອນປະເມີນຜົນໂຄງການ ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ທີ່ໄດ້ຮັບອະນຸຍາດ, ກອງປະຊຸມໄດ້ມອບໃຫ້ລັດຖະບານ ຕິດຕາມກວດກາ ແລະ ປະເມີນ ໂຄງການສໍາຫຼວດ, ຂຸດຄົ້ນແຮ່ທາດທີ່ໄດ້ຮັບອະນຸຍາດຜ່ານ, ຕໍ່ກັບວຽກງານວັດທະນະທໍາ-ສັງຄົມ ມອບໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາຕ່າງໆ ຂອງຂະແໜງການສຶກສາ ທີ່ຕິດພັນ ກັບບັນຫາ ການປະລະການຮຽນ, ການຂາດແຄນຄູສອນ, ການສອນຫ້ອງຄວບ, ການອູດໜູນຄູສອນ ແລະ ແພດໝໍ ໃຫ້ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ສືບຕໍ່ນໍາໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການ ເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ ໃນລະດັບ 20% ຕໍ່ GDP ຂຶ້ນໄປ, ເອົາໃຈໃສ່ຈັດສັນງົບປະມານການຊົດເຊີຍຄືນ ໃຫ້ແກ່ບັນດາໂຄງການລົງທຶນຂອງລັດ ທີ່ມີຜົນກະທົບໂດຍໄວ ໂດຍສະເພາະ ການຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ຊົນລະປະທານ, ເສັ້ນທາງ, ຕ້ານເຈື່ອນ ແລະ ອື່ນໆ, ນອກນີ້ ຍັງພິຈາລະນາຄົ້ນຄວ້າ ນະໂຍບາຍ ແລະ ໂຄງສ້າງລາຄາໄຟຟ້າ ທີ່ເຫັນວ່າ ມີລາຄາສູງເກີນ, ກອງປະຊຸມມອບໃຫ້ລັດຖະບານ ຄົ້ນຄວ້າເພີ່ມ ເງິນເດືອນ, ເງິນອຸດໜູນ ຂອງພະນັກງານ, ລັດຖະກອນ, ທະຫານ-ຕໍາຫຼວດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ, ເພື່ອກະຕຸກຊຸກຍູ້ຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ; ກອງປະຊຸມເຫັນດີ ເປັນເອກະພາບໂດຍພື້ນຖານຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025) ເເລະ ທິດທາງແຜນ 5 ປີ ຄັ້ງທີ X (2026-2030) ໄດ້ມອບໃຫ້ລັດຖະບານຄົ້ນຄ້ວາຕື່ມ ວິໄສທັດ, ຍຸດທະສາດການພັດທະນາ, ບັນດາເປົ້າໝາຍ, ຄາດໝາຍ, ຕົວຊີ້ບອກຂອງແຕ່ລະແຜນວຽກຈຸດສຸມ, ກົນໄກ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ, ຊັດເຈນ ແລະ ເປັນລະບົບ ພ້ອມນີ້ ກອງປະຊຸມມອບໃຫ້ລັດຖະບານສືບຕໍ່ຄົ້ນຄວ້າປັບປຸງແຜນການ 5 ປີ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ X.

ໃນນີ້ ຜົນການຄົ້ນຄວ້າ ພິຈາລະນາ ກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່, ກອງປະຊຸມຕົກລົງຮັບຮອງເອົາດ້ານຫຼັກການ ຕາມການສະເໜີຂອງລັດຖະບານ ໂດຍ ຫຼຸດຜ່ອນ ອັດຕາພາສີ, ອາກອນ ນໍາເຂົ້າ ວັດສະດຸກໍ່ສ້າງ ແລະ ກົນຈັກ, ຫຼຸດຜ່ອນຄ່າຊັບພະຍາກອນທໍາມະຊາດ ແລະ ຫຼຸດຜ່ອນອັດຕາອາກອນມູນຄ່າເພີ່ມຂອງໂຄງການ. ສ່ວນ ພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນບໍ່ມີການຫຼຸດຜ່ອນ. ຊຶ່ງຈະເຮັດໃຫ້ມູນຄ່າໂຄງການຫຼຸດລົງປະມານ 17.43%, ພ້ອມກັນນັ້ນກໍສົ່ງເສີມການນໍາໃຊ້ວັດສະດຸກໍ່ສ້າງທີ່ສາມາດຜະລິດຢູ່ພາຍໃນປະເທດເຊັ່ນ: ຊີມັງ, ເຫຼັກເສັ້ນ ແລະ ວັດສະດຸອື່ນໆ; ຮັບຮອງເອົາ ບັນດາໂຄງການຟື້ນຟູ ແລະ ສ້ອມແປງທາງຫຼວງແຫ່ງຊາດສາຍຫຼັກ ໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ໃຫ້ເປັນໂຄງການທົດລອງ ທີ່ມີໄລຍະທົດລອງ 3-5 ປີ, ສຸມໃສ່ຕອນທາງໃນທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ, ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງລາຄາ, ຄຸນະພາບຂອງການກໍ່ສ້າງສ້ອມແປງ ໂດຍມີການຕິດຕາມກວດກາຂອງທຸກພາກສ່ວນຂອງສັງຄົມ.

ນອກນີ້ ທ່ານ ສົມມາດ ພົນເສນາ ຍັງໃຫ້ຮູ້ຕື່ມວ່າ ສໍາລັບການຈັດຕັ້ງປະຕິບັດວຽກງານພະລັງງານໄຟຟ້າ ຢູ່ປະເທດເຮົາ ໃນຕໍ່ໜ້າ ມີປະສິດທິພາບ, ປະສິດທິຜົນດີ ແລະ ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ກອງປະຊຸມ ໄດ້ສະເໜີມອບໃຫ້ ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ ບາງບັນຫາເພີ່ມເຕີມ ດັ່ງນີ້: ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ຫຼຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເເທນ, ລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ,ປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໂດຍສະເພາະກົດໝາຍວ່າດ້ວຍ ໄຟຟ້າໃຫ້ຊັດເຈນ, ຮັດກຸມ ພ້ອມກັບການປະເມີນຄືນ, ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາສຳປະທານ, ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ຕາມທິດສາມສ້າງ, ພິຈາລະນາຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຂອງປະຊາຊົນ, ມີແຜນການພັດທະນາຊັບພະຍາກອນມະນຸດໃນຂະແໜງການໄຟຟ້າໃຫ້ມີສິນທຳປະຕິວັດ, ມີຈັນຍາບັນ ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາສຳປະທານ.

ໂດຍ: ສຸກສາຄອນ-ໄພນາລິນ.