ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮງຮຽນ 303 ມອບໃບປະກາດສະນີຍະບັດໃຫ້ນັກຮຽນນາຍສີບ ຊຸດທີ 34 ປະຈຳປີ 2025

ວັນທີ 13 ມິຖຸນາ 2025, ໂຮງຮຽນ 303 ໄດ້ສໍາເລັດການຮຽນ-ການສອນ ແລະ ມອບໃບປະກາສະນີຍະບັດ ໃຫ້ນັກຮຽນນາຍສິບ ຊຸດທີ 34 ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງດຳ ດວງມາລາ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ແຂກຖືກເຊີນ ແລະ ນັກຮຽນເຂົ້າຮ່ວມ.

ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຫົວໜ້າພະແນກອົບຮົມ ໂຮງຮຽນ 303 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນຂອງນັກຮຽນນາຍສິບຊຸດທີ 34 ປະຈຳປີ 2025 ເຊິ່ງຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານໄດ້ລົງໃກ້ຊິດຕິດແທດກັບນັກຮຽນຕົວຈິງຕະຫຼອດໄລຍະສຶກສາຮ່ຳຮຽນ, ນັກຮຽນແຕ່ລະສະຫາຍເປັນເຈົ້າການຝຶກຝົນຫຼ່ໍຫຼອມຕົນເອງຢ່າງຕັ້ງໜ້າມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນຢ່າງເປັນລະບົບສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບົດຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງສາມາດຕີລາຄາຜົນໄດ້ຮັບຈາກການສອບເສັງຈົບຊັ້ນ, ມີນັກຮຽນທັງໝົດ 206 ສະຫາຍ ເຊິ່ງສາມາດຕີລາຄາຜົນໄດ້ຮັບໄດ້ 100%, ຈາກນັ້ນກໍໄດ້ມອບໃບປະກາສະນີຍະບັດໃຫ້ນັກຮຽນນາຍສິບ ຊຸດທີ 34 ຢ່າງສົມກຽດ.

ໂອກາດນີ້, ສະຫາຍ ພັນເອກ ທອງດຳ ດວງມາລາ ໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານເອົາໃຈໃສ່ປະຕິບັດຕາມຫຼັກສູດການຮຽນ-ການສອນໃຫ້ມີຄຸນະພາບສູງ ແລະ ນັກຮຽນຕ້ອງດຸໝັ່ນຄົ້ນຄວ້າຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄວາມຮູ້ຄວາມສາມາດໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະ, ຮູ້ໝູນໃຊ້ເຂົ້າໃນກົມກອງຂອງຕົນ, ພ້ອມທັງປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ຂອງກອງທັບຢ່າງເຂັ້ມງວດ.

ໂດຍ: ຄຳອ້າຍ ທອງວັນ