ທາບທາມບຸກຄະລາກອນຜູ້ອອກສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ຄະນະພັກອົງການກົມ 213.

ວັນທີ 3 ມິຖຸນາ 2025, ກົມ 213 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກຳມະການຄະນະປະຈຳພັກກົມໃຫຍ່, ປະທານກວດກາກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກອົງການກົມ 213, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມ 213 ເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ…













