ມອບ-ຮັບເງິນອຸດໜູນໃຫ້ພະນັກງານອາວຸໂສທີ່ເຂົ້າການປະຕິວັດແຕ່ປີ 1954 ຄືນຫຼັງ.






ວັນທີ 27 ພຶດສະພາ 2025 ກົມນະໂຍບາຍຈັດພິທີມອບ-ຮັບເງີນອຸດໜູນພະນັກງານອາວຸໂສທີ່ເຂົ້າການປະຕິວັດແຕ່ປີ 1954 ຄືນຫຼັງ ງວດທີ I ປະຈໍາປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຕາງໜ້າຄອບຄົວຍາດພີ່ນ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທອນ ພັນທອງສອນ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມວ່າດ້ວຍ ການອະນຸມັດ ເງິນອຸດໜູນພະນັກງານອາວຸໂສທີ່ເຂົ້າການປະຕິວັດແຕ່ 1954 ຄືນຫຼັງ ງວດທີ I ປະຈໍາປີ2025, ອີງຕາມ ດໍາລັດວ່າດ້ວຍການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ, ສະບັບເລກທີ 57/ລບ, ລົງວັນທີ 27 ມັງກອນ 2025, ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 602/ນຍ, ລົງວັນທີ 14 ຕຸລາ 2021 ແລະ ອີງຕາມ ໜັງສືສະເໜີຂໍນະໂຍບາຍເງິນປ່ຽນແທນໂກຕາລົດ ຕາມດໍາລັດ 272/ລບ ຂອງກະຊວງປ້ອງກັນປະເທດ, ສະບັບເລກທີ 6134/ກມທ, ລົງວັນທີ 03 ກັນຍາ 2024 ແລະ ບັນຊີລາຍຊື່ເປົ້າໝາຍຜູ້ທີ່ຈະໄດ້ຮັບ ນະໂຍບາຍ ເງິນປ່ຽນແທນໂກຕາລົດ ສະບັບລົງວັນທີ 02 ກັນຍາ 2024, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕົກລົງ: ອະນຸມັດ ເງິນອຸດໜູນພະນັກງານອາວຸໂສ ທີ່ເຂົ້າການປະຕິວັດ ແຕ່ປີ 1954 ຄືນຫຼັງ ງວດທີ I ປະຈຳປີ 2025 ຈໍານວນ 01 ສະຫາຍ ຄື: ທ່ານ ພັນເອກ ວັນຄໍາ ສີສົມບັດ ພະນັກງານປະຕິວັດອາວຸໂສ ເຂົ້າການປະຕິວັດປີ 1954 ຄືນ ຫຼັງ, ສັງກັດຢູ່ ກະຊວງປ້ອງກັນປະເທດ, ຈໍານວນເງິນ 108,057,600 ກີບ (ໜຶ່ງຮ້ອຍແປດລ້ານຫ້າສິບເຈັດພັນ ຫົກຮ້ອຍກີບ; 288 ດັດສະນີ x ມູນຄ່າດັດສະນີ 6,700 ກີບ x ອາຍຸການ 56 ປີ) ເງິນມອບໃຫ້ ນາງ ສຸດທາ ສີສົມບັດ (ເມຍ) ເປັນຜູ້ຮັບແທນ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ກໍ່ໄດ້ມອບເງິນອຸດໜູນໃຫ້ກັບຄອບຄົວພະນັກງານອາວຸໂສ ພ້ອມນັ້ນສະຫາຍກໍ່ໄດ້ຕີລາຄາສູງຕໍ່ຜົນງານໃນການປະກອບສ່ວນອັນສຳຄັນຂອງພະນັກງານອາວຸໂສ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ນໍາເອົາເງິນອຸດໜູນຈໍານວນດັ່ງກ່າວໄປໜູນໃຊ້ເຂົ້າໃນການພັດທະນາຄອບຄົວຂອງຕົນຢ່າງຖືກຕ້ອງ ແລະ ໃຫ້ເກີດເປັນປະໂຫຍດອັນລໍ້າຄ່າທີ່ສຸດ ເພື່ອແນໃສ່ເຮັດໃຫ້ຄອບຄົວຂອງຕົນມີຊີວິດທີ່ດີ ພ້ອມທັງກາຍເປັນຄອບຄົວທີ່ມີຄວາມສົມບູນພູນສຸກຕະຫຼອດໄປ.
ຈາກນັ້ນ ສະຫາຍ ພັນເອກ ອານຸສອນ ສີສົມບັດ ຕາງໜ້າຄອບຄົວຜູ້ໄດ້ຮັບນະໂຍບາຍໃນຄັ້ງນີ້ກໍໄດ້ກ່າວຂອບໃຈຕໍ່ການນໍາພັກ – ລັດ ແລະ ການນໍາກະຊວງປ້ອງກັນປະເທດທີ່ໄດ້ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ຄອບຄົວໃນຫຼາຍໆດ້ານ. ນະໂຍບາຍດັ່ງກ່າວແມ່ນມີຄວາມໝາຍສໍາຄັນທີ່ສຸດ ນອກຈາກຈະສາມາມາດແກ້ໄຂຄວາມຫຍຸ້ງຍາກຂອງຄອບຄົວແລ້ວ ຍັງເປັນຜົນງານ ແລະ ຄຸນງາມຄວາມດີຂອງພໍ່ ສ້າງໄວ້ໃຫ້ລູກຫຼານໄດ້ຊື່ນຊົມ ແລະ ພູມໃຈ. ຕາງໜ້າ ໃຫ້ແກ່ຄອບຄົວຂໍສັນຍາວ່າ ຈະສຸມທຸກກຳລັງ ແລະ ຄວາມຮູ້ຄວາມສາມາດ ຂອງຕົ້ນເອງປະກອບສ່ວນເຂົ້າໃນທຸກວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ຈະຕັ້ງໜ້າປະຕິບັດບັນດາຂໍ້ກຳນົດ ກົດລະບຽບ, ກົດໝາຍຂອງລັດ ແລະ ບັນດາແນວທາງນະໂຍບາຍຂອງພັກ-ລັດ ວາງອອກຢ່າງເຂັ້ມງວດຈະຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.
ຂ່າວ: ໄພນາລິນ.