ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ

ວັນທີ 21 ພຶດສະພາ 2025, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ແລະ ມອບບັດສະມາຊິກພັກ ຊຸດທີ VI, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຫົວໜ່ວຍກົມກອງ ທີ່ຂຶ້ນກັບ ວປກ ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນທະນູ…













