ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເຫຼີມສະຫຼອງ ວັນສ້າງຕັ້ງກົມກວດກາກອງທັບ ຄົບຮອບ 40 ປີ.

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກົມກວດກາກອງທັບ ຄົບຮອບ 40 ປີ (25 ພຶດສະພາ 1985 – 25 ພຶດສະພາ 2025), ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນຳກະຊວງ, ຄະນໍາກົມໃຫຍ່, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພັນເອກ ແພງສີ ເສັງວິໄຊ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ ເລຂາໜ່ວຍພັກ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ໄດ້ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງກົມກວດກາກອງທັບວ່າ: ການກຳເນີດເກີດຂຶ້ນ ຂອງອົງການກວດກາກອງທັບ ແມ່ນໝາກຜົນແຫ່ງການສົມທົບລະຫວ່າງຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງທົ່ວປວງຊົນລາວ ຕັ້ງແຕ່ກຳເນີດຂຶ້ນຄະນະກວດກາກອງທັບກໍໄດ້ສືບທອດ ພາລະກິດອັນມີກຽດສະຫງ່າຂອງອົງຄະນະພັກກະຊວງປ້ອງກັນປະເທດຮັບເອົາພາລະກຳປະຫວັດສາດອັນຫຍຸ້ງຍາກ, ສັບສົນ ແຕ່ກໍມີກຽດສະຫງ່າໃນຂະບວນກໍ່ສ້າງຖັນແຖວກອງທັບປະຊາຊົນລາວໄລຍະໃໝ່, ວຽກງານກວດກາກອງທັບປະຊາຊົນລາວມີບົດບາດ ແລະ ໜ້າທີ່ສໍາຄັນໃນການ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນກອງທັບ, ຮັບປະກັນຄວາມຍຸຕິທໍາ, ສະນັ້ນ ວຽກງານກວດກາກອງທັບໃນຖານະເປັນຄະນະກຳມະການກວດກາພັກ-ລັດໃນກອງທັບ ມີບົດບາດສໍາຄັນ ແລະ ເຮັດໜ້າທີ່ຕິດຕາມ, ກວດກາ, ການປະຕິບັດກົດໝາຍ, ເພີ່ມຄວາມສັກສິດຂອງກົດໝາຍ “ເໝືອນໄມ້ຫຼາວັດແທກ” ທັງແມ່ນສັນຍາລັກ ຂອງວຽກງານກວດກາໃນກອງທັບປະຊາຊົນລາວ, ຄວາມຮັບຜິດຊອບລວມຂອງທຸກກົມກອງ, ທຸກຂະແໜງການຕ້ອງເດັດດ່ຽວປະຕິບັດມາດຕະການຍຸດທະສາດຕິດແໜ້ນກັບຮາກຖານສົມທົບທິດນໍາ 4 ດ້ານຢ່າງແໜ້ນແຟ້ນຄື: ດ້ານການເມືອງ, ດ້ານເສດຖະກິດ-ຊີວິດການເປັນຢູ່, ວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຍ້ອນມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ ກົມກວດກາກະຊວງປ້ອງກັນປະເທດ ໄດ້ຮັບການຍ້ອງຍໍປະເພດຕ່າງໆຈາກຂັ້ນເທິງຄື: ຫຼຽນໄຊອິດສະຫຼະ ຊັ້ນ II 1 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II 1 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນ II 1 ໜ່ວຍ; ໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 5 ປີຕິດຕໍ່ກັນ, ໃບຍ້ອງຍໍຈາກຄະນະພັກກະຊວງ 1 ໃບ; ໃບຍ້ອງຍໍຈາກກົມໃຫຍ່ການເມືອງກອງທັບ 1 ໃບ ແລະ ໃບຢັ້ງຢືນກອງສາມປອດ 5 ໃບ.

ເຊິ່ງຕະຫຼອດໄລະຍະ 40 ປີຜ່ານມາ ວຽກງານກວດກາກອງທັບ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມຜ່ອງໃສຂອງພັກ ແລະ ຄວາມສັກສິດແຫ່ງການນໍາພາຂອງພັກ ເຮັດໃຫ້ພະນັກງານ, ສະມາຊິກພັກທຸກຄົນຍົກສູງໄດ້ບົດບາດ ແລະ ເປັນແບບຢ່າງໃນຂະບວນການປະຕິວັດຂອງມະຫາຊົນ, ພະນັກງານໄດ້ມີຄວາມເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດໝາຍ, ປົກປັກຮັກສາວັດຖຸຊັບສົມບັດເງິນຄໍາຂອງລັດຂອງກອງທັບ ແລະ ປົກປ້ອງພະນັກງານສະມາຊິກພັກ ທີ່ເຄື່ອນໄຫວຢູ່ໃນຖັນແຖວກຳລັງປະກອບອາວຸດ, ຕ້ານທຸກກົນອຸບາຍ ແລະ ການມ້າງເພທຳລາຍຂອງສັດຕູໃນຫຼາຍດ້ານ, ຕ້ານທຸກປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງໄດ້ບາດກ້າວສໍາຄັນໜຶ່ງ, ວຽກງານກວດກາດໍາເນີນໄປຮອດໃສກໍສາມາດຈຳກັດໄດ້ປະກົດການຫຍໍ້ທໍ້ຕ່າງໆ ຮອດປັດຈຸບັນ ວຽກງານກວດກາໄດ້ກາຍເປັນຄວາມຮັບຜິດຊອບການເມືອງຂອງຄະນະພັກ-ຄະນະບັນຊາຂັ້ນຕ່າງໆ “ ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບ່ອນນັ້ນບໍ່ມີການນໍາພາ ” ທັງສອງດ້ານນີ້ມີການພົວພັນກັນຢ່າງສັດຈະວິພາກບໍ່ສາມາດຕັດແຍກອອກຈາກກັນໄດ້ ສົມທົບຢ່າງກົມກຽວກັບການກໍ່ສ້າງ ແລະ ປັບປຸງແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດເຂົ້າໃນຂະບວນວິວັດທະນາການສ້າງກອງທັບໃຫ້ມີແບບແຜນທັນສະໄໝ, ເຂັ້ມແຂງຮອບດ້ານໃນທົ່ວກອງທັບ. ໃນພິທີຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກວດກາກອງທັບ ແລະ ຊັ້ນ III ໃຫ້ 6 ພະແນກການທີ່ຂຶ້ນກັບກົມກວດກາກອງທັບຕື່ມອີກ.

ໂອກາດນີ້ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກົມກວດກາຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ກໍ່ສ້າງພະນັກງານ-ວິຊາການ ວຽກງານກວດກາ ໃຫ້ມີຄວາມຮູ້-ຄວາມສາມາດທີ່ ແນ່ນອນ ແລະ ເປັນມືອາຊີບ ດ້ວຍການຍາດແຍ່ງເອົາທຶນໃຫ້ໄປຮຽນກໍ່ສ້າງ-ບຳລຸງ ຫຼື ໄປຢ້ຽມຢາມ ທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ. ໃນນີ້ ການກໍ່ສ້າງຕ້ອງ ມີເປົ້າໝາຍຈຸດສຸມ, ສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນ, ພະນັກງານ 3 ຮຸ່ນຢ່າງຕໍ່ເນື່ອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດທີ່ຖືກຕ້ອງ, ພ້ອມທັງ ເອົາໃຈໃສ່ນໍາພາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ກົມກອງມີຄວາມສະຫງົບ, ສ້າງ ແລະ ຮັກສາໄດ້ກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ຄຽງຄູ່ກັນນີ້ກໍຕ້ອງເຊີດຊູຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ປະຢັດມັດທະຍັດ, ຂຸດຄົ້ນທ່າແຮງບົ່ມຊ້ອນສ້າງລາຍໄດ້ຂອງກົມກອງ, ສ້າງເສດຖະກິດໃຫ້ຄອບຄົວ ໃຫ້ສົມກັບຄອບຄົວວັດທະນະທຳ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ.

ໂດຍ: ລີຕ່າ