ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມສາມັນ ລະຫວ່າງ 11 ກົມກອງພາກເໜືອລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ

ກອງພົນທີ 3 ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສາມັນປະຈໍາປີ 2025 ລະຫວ່າງ 11 ກົມກອງພາກເໜືອລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມໂຮງແຮມຊຽງຂວາງວິວ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສີພອນໄຊ ທອງຄຳເຫວີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງ ກອງພົນທີ 3, ມີຕາງໜ້າກອງພົນທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ 1 ແລະ ກອງບັນຊາການທະຫານ 8 ແຂວງພາກເໜືອຂອງລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນຈັດຕະວາ ດັ້ງ ວັນ ລອງ, ຮອງຫົວໜ້າກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນຊຸມປີຜ່ານມາ, ໂດຍຍົກໃຫ້ເຫັນຈຸດພິເສດສະພາບການຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ບັນດາກົມກອງຂອງຕົນ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສ້າງສາພັດທະນາເສັ້ນຊາຍແດນລາວ-ຫວຽດນາມ, ການກໍ່ສ້າງພະນັກງານ, ການຊອກຂຸດຄົ້ນຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມກັບຄືນປິຕຸພູມ, ການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງເຕັກນິກການທະຫານ, ການແພດ, ການສ້າງເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ບັນຫາອື່ນໆ.

ກອງປະຊຸມທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຕາງໜ້າຝ່າຍລາວໂດຍ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວຫນ້າການເມືອງກອງພົນທີ 3, ຕາງໜ້າຝ່າຍຫວຽດນາມ ໂດຍ ສະຫາຍ ພົນຈັດຕະວາ ດັ້ງ ວັນ ລອງ ຮອງຫົວໜ້າກອງບັນຊາການ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ພາບ-ຂ່າວໂດຍ: ລີໂດ ດວງສະຫວັນ