ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປິດຊຸດອົບຮົມການເມືອງ ໄລຍະສັ້ນ ບັນດາກອງສື່ມວນຊົນກອງທັບ ຄັ້ງທີ I.

ພິທີປິດຊຸດອົບຮົມການເມືອງ ໄລຍະສັ້ນ ບັນດາກອງສື່ມວນຊົນກອງທັບ ຄັ້ງທີ I, ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄູອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.

ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການຝຶກອົບຮົມຄັ້ງນີ້ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕໍ່ການຈັດຕັ້ງປະຕິບັດແຜນການຝຶກອົບຮົມຄັ້ງນີ້, ພ້ອມນີ້ພະແນກທີ່ກ່ຽວຂ້ອງ, ຄູ-ອາຈານ ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງຕົນ, ເປັນຕົ້ນການສ້າງແຜນການ, ເອກະສານເນື້ອໃນອົບຮົມໃຫ້ນັກຝຶກອົບຮົມ, ຕາຕະລາງເຄື່ອນໄຫວອົບຮົມ, ແຜນການຮັບປະກັນດ້ານວຽກງານຕ່າງໆ ໂດຍໄດ້ຜ່ານອະນຸມັດຈາກ ກົມໃຫຍ່ການເມືອງກອງທັບ. ຜ່ານການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດ ແຜນການອົບຮົມຕົວຈິງເຫັນວ່າ: ນັກຝຶກອົບຮົມ ທຸກສະຫາຍ, ມີຄວາມຮັບຮູ້, ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາ ທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກຳນົດກົດລະບຽບ ຂອງກອງທັບ ຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະ ການປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ຂອງການຝຶກອົບຮົມ, ມີຄວາມຮັບຜິດຊອບສູງຕໍ່ການຮໍ່າຮຽນ ຮັບຟັງການເຜີຍແຜ່ບັນລະຍາຍເອກະສານ, ອະທິບາຍໄຈ້ແຍກປະກອບຄໍາເຫັນ ແລະ ອື່ນໆສາມາດສູ້ຊົນບັນລຸໄດ້ຕາມລະດັບຄາດໝາຍ. ການດໍາເນີນຝຶກອົບຮົມຕົວຈິງແມ່ນ 12 ວັນ ບົດຮຽນທີ່ນໍາມາຝຶກອົບຮົມປະກອບມີ 3 ບົດ, ນັກຝຶກອົບຮົມທັງໝົດ 70 ສະຫາຍ, ປະເມີນຜົນໄດ້ຮັບ: ເກັ່ງ 25 ສະຫາຍ, ກາງ 35 ສະຫາຍ ແລະ ຄາດໝາຍ 9 ສະຫາຍ, ສະເລ່ຍຜົນໄດ້ຮັບຕົວຈິງ = 98%. ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມອບໃບຢັ້ງຢືນ ໃຫ້ແກ່ພະນັກງານ-ນັກຮົບ ຜູ້ທີ່ສໍາເລັດການຝຶກອົບຮົມທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ຕື່ມອີກ.

ໂອກາດນີ້ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕະຫຼອດໄລຍະຂອງການຝຶກອົບຮົມພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ກໍ່ສ້າງຖັນແຖວວິຊາການສື່ ເພື່ອສືບທອດປ່ຽນແທນຢ່າງມີແຜນການ, ໃນນີ້ຕ້ອງມີການຄົ້ນຄວ້າ, ມີເປົ້າໝາຍສ້າງໂດຍມີການຕິດຕາມ, ກວດກາ, ຊຸກຍູ້-ທົດສອບວຽກງານຕົວຈິງ, ຖ້າມີເປົ້າໝາຍແລ້ວຕ້ອງມີແຜນການສະເໜີຂັ້ນເທິງສົ່ງໄປບໍາລຸງກໍ່ສ້າງ ເພື່ອກາຍເປັນພະນັກງານສືບທອດທີ່ມີຫຼັ້ກໝັ້ນ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ ສົມຄູ່ກັບວຽກງານຕົວຈິງ.

ໂດຍ: ລີຕ່າ