ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ນະຄອນຫຼວງວຽງຈັນ ກັບຄືນປະເທດ.






ວັນທີ 24 ພຶດສະພາ 2025 ຢູ່ທີ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫຼວງວຽງຈັນກັບຄືນສູ່ປະເທດຈຳນວນ 01 ອັດຖິ ຝ່າຍລາວມີທ່ານ ປອ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຮອງຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ເຢືອງ ເຕີດ ຖັງ ຮອງປະທານຄະນະກໍາມະການປະຊາຊົນ ຫົວໜ້າຄະນະປະຕິບັດງານພິເສດ ແຂວງຮ່າຕິ່ງ ສສ ຫວຽດນາມ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ, ບັນດາພະແນກການ, ກອງບັນຊາການທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີພາກສ່ວນຕ່າງໆກໍໄດ້ເຂົ້າວາງພວງມາລາຈຳນວນ9 ຄະນະປະກອບມີຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມປະຈໍາລາວ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ຄະນະປົກຄອງເມືອງໄຊທານີ, ແລະ ຄະນະອົງການຈັດຕັ້ງມະຫາຊົນ.
ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັດກະພັກຜູ້ຮຸກຮານ ຕີສັດຕູໂຕດຽວກັນ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.
ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານແຫ່ງສປປລາວ ແລະ ບົດບັນທຶກຊ່ວຍຈໍາ ຄັ້ງທີ xxv ລະຫວ່າງ 2 ຄະນະປະຕິບັດງານພິເສດລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວເວົ້າລວມ-ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນລະຫວ່າງຄະນະປະຕິບັດງານພິເສດ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ເຊິ່ງເລີ່ມແຕ່ປີ 2000 ມາເຖິງປີ 2024 ສາມາດຂຸດຄົ້ນໄດ້ 131 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ, ສະເພາະປີ 2025 ນີ້ ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດສາມາດຂຸດຄົ້ນໄດ້ຕົວຈິງ 01 ອັດຖິຢູ່ໃນຂອບເຂດ ບ້ານນາໂງມ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ທ່ານ ປອ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ແລະ ສະຫາຍ ເຢືອງ ເຕີດ ຖັງ ຮອງປະທານຄະນະກໍາມະການປະຊາຊົນ ຫົວໜ້າຄະນະປະຕິບັດງານພິເສດ ແຂວງຮ່າຕິ່ງ ສສ ຫວຽດນາມ ກໍໄດ້ລົງນາມເຊັນສັນຍາມອບ-ຮັບເຊິ່ງກັນ ແລະ ກັນ, ໂດຍມີການນໍາທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ ພ້ອມດຽວກັນນີ້ກໍໄດ້ເຄື່ອນຍ້າຍພິທີຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ.
ໂດຍ: ສຸລິຍາ.