ກົມໃຫຍ່ການເມືອງກອງທັບປາຖະກະຖາ 2 ວັນປະຫວັດສາດ



ວັນທີ 28 ພຶດສະພາ 2025, ກົມໃຫຍ່ການເມືອງກອງທັບ ປາຖະກະຖາ 2 ວັນປະຫວັດສາດຄື: ມູນເຊື້ອການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959-18 ພຶດສະພາ 2025) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງທ່ານຜູ້ນໍາພັກ-ລັດ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (23 ພຶດສະພາ 1960-23 ພຶດສະພາ 2025), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ພະນັກງານ- ນັກຮົບ ກົມກອງອ້ອມຂ້າງເຂົ້າຮ່ວມ.
ການປາຖະກະຖາຄັ້ງນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນມູນເຊື້ອອັນສະຫງ່າງາມຂອງກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູຢູ່ເຂດທົ່ງໄຫຫີນ ປີ 1959 ໃນວັນທີ 18/5/1959 ໂດຍການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ, ໄດ້ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ ຫຼອກຫຼວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຂອງກອງພັນທີ 2, ສຸດທ້າຍກອງພັນທີ 2 ພ້ອມດ້ວຍ 91 ຄອບຄົວໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ, ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນບັນດາມູນເຊື້ອວິລະກໍາແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ໃນໄລຍະຜ່ານມາ ບັນດາວິລະກໍາໃນພາລະກິດການຕໍ່ສູ້ບໍ່ຍອມຈໍານົນຕ້ານກັບຈັກກະພັດຜູ້ຮຸກຮານ ຈົນສາມາດຕີເອົາຊະນະສັດຕູທຸກໂຕທີ່ເຂົ້າມາຮຸກຮານລາວເຮົາ, ເຊິ່ງໄດ້ເປັນເຫດການອັນສໍາຄັນທາງປະຫວັດສາດຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວ, ເຫດການດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກໂພນເຄັງ, ໂດຍໄດ້ມີການວາງແຜນລະອຽດຈຶ່ງສາມາດໂຕນອອກຈາກຄຸກໄດ້ສຳເລັດ ແລະ ໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ
ຈຸດປະສົງກໍເພື່ອເປັນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງກ່ຽວກັບຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີ ແລະ ມູນເຊື້ອທີ່ດີເດັ່ນຂອງພະນັກງານ-ນັກຮົບ ແລະ ທ່ານຜູ້ນໍາ, ພ້ອມກັນເຝິກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມກ້າວໜ້າ ແລະ ສ້າງກົມກອງໃຫ້ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າສູ່ຈຸດໝາຍສັງຄົມນິຍົມ.
ໂດຍ: ສຸກສາຄອນ ພົງໄຊຜົນ