ສະຫຼຸບຕີລາຄາການເຄື່ອນໄຫວວຽກງານການປັບປຸງລັດຖະທໍາມະນູນ ສະບັບປີ 2025




ໃນວັນທີ 26 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ. ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານການປັບປຸງລັດຖະທໍາມະນູນ ສະບັບປີ 2025, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແລະ ອະນຸກຳມະການຕ່າງໆ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ຂອງຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນ ສະບັບປີ 2025, ພາຍຫຼັງ ມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ປີ 2015 ສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024, ຄະນະກຳມະການລະດັບຊາດ ກໍໄດ້ຕັ້ງໜ້າເຄື່ອນໄຫວວຽກງານ ໂດຍກຳນົດແຜນການເຄື່ອນໄຫວວຽກງານ, ແຜນການດໍາເນີນງານ ແລະ ແຜນງົບປະມານຮັບໃຊ້ວຽກງານປັບປຸງລັດຖະທຳມະນູນ; ມີການແບ່ງຄວາມຮັບຜິດຊອບພາຍໃນຄະນະ, ແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ ພ້ອມທັງປະຕິບັດຕາມແຜນການ, ແຜນດໍາເນີນງານ ແລະ ອີງຕາມຈິດໃຈຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ມີຜົນສໍາເລັດທີ່ສໍາຄັນພົ້ນເດັ່ນໃນການປັບປຸງລັດຖະທຳມະນູນ ສະບັບປີ 2025 ໄດ້ສະແດງອອກຢູ່ໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງສະມາຊິກສະພາແຫ່ງຊາດ ເຂົ້າໃນການພິຈາລະນາ ແລະ ລົງຄະແນນສຽງຮັບ ຮອງເອົາລັດຖະທຳມະນູນ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IV ຄັ້ງວັນທີ 20 ມີນາ 2025 ທີ່ໄດ້ຮັບຄະແນນສຽງສູງເຖິງ 99,35% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດທີ່ເຂົ້າຮ່ວມ ກອງປະຊຸມ ແລະ ເປັນຜົນສໍາເລັດທີ່ສໍາຄັນໃນການຫັນມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ແລະ ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເປັນຂໍ້ບັນຍັດ ຂອງລັດຖະທຳມະນູນ ສະບັບປີ 2025 ຊຶ່ງເປັນການປັບປຸງນິຕິກຳສູງສຸດຂອງລັດເຮົາ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່, ແນໃສ່ປັບປຸງລະບົບອຳນາດແຫ່ງລັດ ໃຫ້ເຂັ້ມແຂງ, ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ທັງເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ກໍຄື ນິຕິກຳໃຕ້ກົດໝາຍໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ແລະ ເປັນຜົນສໍາເລັດທີ່ສໍາຄັນ ຫຼື ເປັນບັ້ນໜຶ່ງໃນການສໍາຫຼວດ, ກວດກາ, ຕີລາຄາຄວາມຮັບຮູ້, ຄວາມຮັບຜິດຊອບ, ສະຕິເຄົາລົບ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນກະຊວງ, ອົງການ ແລະ ທ້ອງຖິ່ນໃນລະບົບການເມືອງຂຶ້ນຕ່າງໆທົ່ວປະເທດ ຊຶ່ງໄດ້ມີຜູ້ເຂົ້າຮ່ວມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ຈໍານວນທັງໝົດ 13.039 ທ່ານ, ຍິງ 2.290 ທ່ານ. ພ້ອມກັນນັ້ນ, ກໍເປັນການສັງລວມສະຕິປັນຍາ, ຄວາມຄິດຄວາມເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ລວມທັງປະຊາຊົນບັນດາເຜົ່າ ເຂົ້າໃສ່ການປັບປຸງກົດໝາຍພື້ນຖານຂອງຊາດ ໂດຍຜ່ານການທາບທາມຄວາມເຫັນໃສ່ເນື້ອໃນຮ່າງລັດຖະທຳມະນູນ ຊຶ່ງມີຜູ້ ເຂົ້າຮ່ວມຈໍານວນທັງໝົດ 722 ທ່ານ, ຍິງ 143 ທ່ານ ແລະ ໂດຍຜ່ານສື່ມວນຊົນ ຊຶ່ງມີຜູ້ເຂົ້າຊົມທັງໝົດ ຈໍານວນ 9.117 ຄັ້ງ.
ໃນວາລະກອງປະຊຸມກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຍັງໄດ້ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ຂອງຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນ ສະບັບປີ 2025 ໃຫ້ມີເນື້ອໃນອຸດົມສົມບູນຂື້ນຕື່ມ.
ໂອກາດນີ້, ທ່ານ ຈະເລີນ ເຢຍປາວເຮີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຈັດກອງປະຊຸມເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ເພື່ອປິດການເຄື່ອນໄຫວວຽກງານຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຢ່າງເປັນທາງການ. ພ້ອມທັງສະເໜີໃຫ້ກອງເລຂາ, ອະນຸກຳມະການເນື້ອໃນສືບຕໍ່ປະສານງານກັບຄະນະເລຂາທິການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຮິບຮ້ອນຈັດພີມລັດຖະທຳມະນູນ ສະບັບປັບປຸງປີ 2025 ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ໃຫ້ກຳມາທິການກົດສົມທົບກັບພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນກະກຽມເອກະສານ ເພື່ອຈັດຕັ້ງໂຄສະນາເຜີຍແຜ່ເນື້ອໃນລັດຖະທໍາມະນູນ ສະບັບປັບປຸງປີ 2025 ແລະ ເອກະສານທີ່ກ່ຽວຂ້ອງ ໃຫ້ເປັນຄູ່ມືໃນການເຜີຍແຜ່ໃນໄວໆນີ້, ພ້ອມທັງອອກຄໍາສັ່ງຄໍາແນະໃຫ້ທົ່ວລະບົບການເມືອງເພື່ອພ້ອມການຈັດຕັ້ງຜັນຂະຫຍາຍ ແລະ ມອບໃຫ້ກອງເລຂາ ແລະ ອານຸກຳມະການເນື້ອໃນຮ່ວມກັນສະຫຼຸບສັງລວມບັນດາເອກະສານຕ່າງໆທີ່ຮັບໃຊ້ໃຫ່ແກ່ການປັບປຸງລັດຖະທໍາມະນູນຕັ້ງແຕ່ເລີ່ມຕົ້ນ ເພື່ອຈັດພິມເປັນປື້ມສັງລວມເອກະສານຂອງການປັບປຸງລັດຖະທໍາມະນູນ ສະບັບປັບປຸງປີ 2025 ນີ້.
ໂດຍ: ບິກໄຊ