ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສານທະຫານຂັ້ນສູງ ເຜີຍແຜ່ກົດໝາຍວ່າດ້ວຍສານທະຫານຢູ່ກອງພົນທີ 5

ວັນທີ 28 ພຶດສະພາ 2025, ຢູ່ກອງພົນທີ 5 ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍສານທະຫານ ( ສະບັບປັບປຸງປີ 2023 ) ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ສີງທອງ ຄຳປະສິດ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ ພ້ອມຄະນະ ເຂົ້າຮ່ວມ ມີສະຫາຍ ພັນເອກ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ, ກົມກອງ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ປະທານກໍໄດ້ກ່າວຈຸດປະສົງ ໂດຍປະຕິບັດຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບ ລົງໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ ( ສະບັບປັບປຸງ ປີ 2023 ) ຢູ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສະບັບເລກທີ 427/ກປທ ລົງວັນທີ 23 ມັງກອນ 2025, ຈາກນັ້ນ ສະຫາຍ ພັນເອກ ຈັນທະວີໄຊ ນາມມະວົງສາ ປະທານສານທະຫານພາກໃຕ້ ກໍໄດ້ຂຶ້ນເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ ( ສະບັບປັບປຸງ ປີ 2023 ) ເຊິ່ງລວມມີ 10 ພາກ 71 ມາດຕາ ໃນການລົງເຜີຍແຜ່ຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ – ຄະນະບັນຊາ ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 5 ໄດ້ຮັບຮູ້ເຂົ້າໃຈ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດກ່ຽວກັບເນື້ອໃນກົດໜາຍວ່າດ້ວຍສານທະຫານ ( ສະບັບປັບປຸງ )ໃຫ້ເລິກເຊິ່ງ ແລະ ພ້ອມກັນນຳເອົາເນື້ອໃນດັ່ງກ່າວ ນຳໄປຈັດຈັ້ງເຜີຍແຜ່ໃຫ້ບັນດານາຍທະຫານ ແລະ ພົນທະຫານຢູ່ບັນດາກົມກອງຂອງຕົນໄດ້ຮັບຮູ້ຢ່າງທົ່ວເຖິງ ໃນໂອກາດດັ່ງກ່າວກໍຍັງໄດ້ມອບປຶ້ມກົດໝາຍວ່າດ້ວຍສານທະຫານ ( ສະບັບປັບປຸງ ປີ 2023 ) ໃຫ້ກອງພົນທີ 5 ຈຳນວນ 25 ຫົວຕື່ມອີກ.

ຂ່າວ: ແສງອາທິດ ສີດາໄລ