ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ລະດັບຊາດ ເຖິງດວງວິນຍານ ສະຫາຍ ເຈິນ ດຶກ ເລືອງ




ໃນຕອນບ່າຍວັນທີ 24 ພຶດສະພາ 2025, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງລາວ ເພື່ອຕາງໜ້າ ໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດ ກໍາມະການກໍາການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ, ລວມອາຍຸໄດ້ 88 ປີ ພ້ອມທັງໄດ້ຮ່ວມ ຂຽນປຶ້ມໄວ້ອາໄລ ຊຶ່ງມີເນື້ອໃນ ດັ່ງນີ້:
ຕາງໜ້າພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.
ສະຫາຍ ເຈິນ ດຶກ ເລືອງ ເປັນການນຳທີ່ດີເດັ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງສະຫາຍ ເປັນແບບຢ່າງທີ່ດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ຢ່າງສະເໝີຕົ້ນສະເໝີປາຍ. ສະຫາຍໄດ້ ອຸທິດຊີວິດເຂົ້າໃນພາລະກິດປະຕິວັດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຫວຽດນາມຕະຫຼອດມາ.
ພ້ອມກັນນັ້ນ, ສະຫາຍ ຍັງເປັນເພື່ອນສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດ ຂອງພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຊຶ່ງສະຫາຍ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ.
ການຈາກໄປຂອງສະຫາຍ ເປັນການສູນເສຍອັນຍິ່ງໃຫຍ່ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ກໍຄື ພັກ, ລັດ ແລະ ປະຊາຊົນລາວ. ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ເຈິນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ ຈົ່ງໄປສູ່ສຸກຂະຕິເຖີ້ນ