ຄະນະນໍາກະຊວງປ້ອງກັນປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບ ຂອງສະຫາຍ ເຈີນ ດຶກ ເລືອງ




ໃນວັນທີ 24 ພຶດສະພາ 2025, ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະນໍາກະຊວງປ້ອງກັນປະເທດ ນໍາພາໂດຍ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ຕໍ່ການຈາກໄປ ຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ສສ ຫວຽດນາມ.
ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ເຊັນປຶ້ມໄວ້ອາໄລ ເຊິ່ງມີເນື້ອໃນດັ່ງນີ້: ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບ ຂອງສະຫາຍ ເຈິນ ດຶກ ເລືອງ ຜູ້ນໍາທີ່ດີເດັ່ນ ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມຂອງພັກ-ລັດ ແລະ ປະຊາຊົນລາວ. ພວກເຮົາຂໍສັນລະເສີນ ແລະ ຈົດຈໍາຜົນງານ, ຄຸນງາມຄວາມດີ ຂອງສະຫາຍ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຕະຫຼອດມາ .
ໃນທ່າມກາງຄວາມໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ເຈິນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ໂດຍ: ສຸກສົງການ ຫຼ້າບຸນມີ