ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝ ທີ VI ຮອບທີ 1

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝ ທີ VI ຮອບທີ 1 ຢູ່ໂຮງຮຽນທິດສະດີການເມືອງກອງທັບ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ໄດ້ຈັດຂຶ້ນ ວັນທີ 28 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍງານທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl , ມີບັນດາ ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະ ບັນດາສະຫາຍພະນັກງານ – ຫຼັກແຫຼ່ງທົ່ວໂຮງຮຽນທິດສະດີການເມືອງກອງທັບ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຂົ້າຮ່ວມ.

ສະຫາຍ ພັນເອກ ອຳພອນ ສຸກວິໄຊ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຫຼັກໝັ້ນຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດກົດລະບຽບພັກ ໄດ້ຮັບຄວາມເຊື່ອໝັ້ນໄວ້ວ່າງໃຈຈາກພະນັກງານ, ສະມາຊິກພັກ, ມະຫາຊົນ ແລະ ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ຕໍ່ການຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ເຄົາລົບສິດເປັນເຈົ້າ ຂອງ ປະຊາຊົນ.

ເພື່ອເປັນທິດທາງໃຫ້ການໃຊ້ສິດປ່ອນບັດທາບທາມ ບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໃຫ້ໄດ້ຮັບຜົນດີ, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່, ເພື່ອຄັດເລືອກເອົາຜູ້ທີ່ຄົບມາດຖານ, ເງື່ອນໄຂ ຜູ້ທີ່ມີບົດບາດ, ມີຄ່ານິຍົມ ແລະ ເປັນຄັນທຸງໃນການຊີ້ນໍາ-ນໍາພາວຽກງານ ເພື່ອສະໝັກເຂົ້າໃນ ຄະນະບໍລິຫານງານພັກ ແລະ ເພື່ອເປັນການຮັບປະກັນໃຫ້ແກ່ການກະກຽມຄວາມພ້ອມກ້າວໄປສູ່ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ສຳເລັດຕາມຄາດໝາຍ.

ຂ່າວ ພິດສະໄໝ ແກ້ວມະຫາວົງ