ກົມໃຫຍ່ການເມືອງກອງທັບ ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1
ກົມໃຫຍ່ການເມືອງກອງທັບ ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1





ກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ຢູ່ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ, ກຳມະການຄະນະປະຈໍາພັກ, ປະທານກວດກາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກົມໃຫຍ່, ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກກະຊວງຊຸດໃໝ່ ເຊິ່ງປະກອບດ້ວຍມາດຖານເງື່ອນໄຂຄື: ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ, ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ, ຮູ້ເຮັດວຽກງານພັກ-ພະນັກງານ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ ແລະ ມີສຸຂະພາບສົມບູນແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມໂດຍໄດ້ຮຽກຮ້ອງມາ ຍັງບັນດາສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການທາບທາມເອົາບຸກຄະລາກອນເພື່ອສະໝັກເຂົ້າໃນຄະນະບໍລິຫານງານພັກກະຊວງໃນຮອບທີ 1 ນີ້ໃຫ້ໄດ້ຕາມຄາດໝາຍ, ຄັດເລືອກໃຫ້ໄດ້ບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ ແລະ ຖືກກັບໂຄງປະກອບຂອງພະນັກງານ 3 ຮຸ່ນ ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ນຳພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນທີ່ຈະສະໝັກເຂົ້າເລືອກຕັ້ງເປັນ ຄະນະບໍລິຫານງານພັກກະຊວງ ສະໄໝທີ VI ສຳເລັດຕາມຄາດໝາຍ.
ໂດຍ: ຄຳອ້າຍ ທອງວັນ