ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເຫຼີມສະຫຼອງການຮ່ວມມືໃນການພັດທະນາການສຶກສາຊັ້ນປະຖົມສຶກສາ ໂດຍຜ່ານແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ.

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ,ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຄະນະຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຜູ້ອຳນວຍການວິທະຍາໄລຄູ ແລະ ບັນດາຄູ່ຮ່ວມພັດທະນາຂະແໜງການສຶກສາວິທະຍາສາດ ແລະ ກິລາ ກໍໄດ້ເຂົ້າຮ່ວມ.

ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ກ່າວເຖິງ ພື້ນຖານອັນເລິກເຊິ່ງຂອງການຮ່ວມມືນີ້ວ່າ: “ຂີດໝາຍອັນສຳຄັນນີ້ ແມ່ນສ່ວນໜຶ່ງຂອງເສັ້ນທາງການຮ່ວມມືທີ່ມີມາຍາວນານ—ເກືອບ 30 ປີ ທີ່ລັດຖະບານອົດສະຕຣາລີໄດ້ໃຫ້ການສະໜັບສະໜູນຂະແໜງການສຶກສາຢູ່ ສປປ ລາວ. ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງລັດຖະບານອົດສະຕຣາລີທີ່ວ່າ ພະລັງຂອງການສຶກສາແມ່ນຈະປ່ຽນແປງຊີວິດໄດ້ ແລະ ການຮ່ວມມືຢ່າງໃກ້ສິດກັບກະຊວງສຶກສາທິການ ແລະ ກິລາຈະເຮັດໃຫ້ການສຶກສາສາມາດເຂົ້າເຖິງໄດ້, ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບທີ່ດີຂຶ້ນເພື່ອເດັກຍິງ ແລະ ເດັກຊາຍທຸກຄົນ”.

ທ່ານ ຮສ. ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືນີ້ວ່າ: “ການຮ່ວມມືກັບລັດຖະບານອົດສະຕຣາລີ ໄດ້ມີບົດບາດສໍາຄັນໃນການຫັນປ່ຽນການສຶກສາຂັ້ນປະຖົມສຶກສາໃນປະເທດຂອງພວກເຮົາ. ການສຶກສາແມ່ນເປັນພື້ນຖານຂອງສັງຄົມທີ່ເຂັ້ມແຂງ. ລັດຖະບານອົດສະຕຣາລີໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນທີ່ໄດ້ຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອສົ່ງເສິມການຮຽນຮ່ວມ ແລະ ມີຄຸນນະພາບຫຼາຍຂຶ້ນ—ເປັນບ່ອນທີ່ເດັກນ້ອຍທຸກຄົນ, ບໍ່ວ່າຈະມາຈາກພຶ້ນຖານຄອບຄົວໃດ, ເພດໃດ ຫຼື ຢູ່ໃສກໍຕາມ, ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດທີ່ດີກວ່າໃຫ້ກັບຕົນເອງ ແລະ ຊຸມຊົນຂອງເຂົາເຈົ້າ”

ນັບແຕ່ເລີ່ມສ້າງຕັັ້ງແຜນງານໃນປີ 2015, ແຜນງານບີຄວາ ທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ມີເປົ້າໝາຍເພື່ອປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ໂດຍສະເພາະແມ່ນເພື່ອເດັກນ້ອຍທີ່ຢູ່ເຂດຫ່າງໄກ ແລະ ດ້ອຍໂອກາດ, ໜຶ່ງໃນຜົນສຳເລັດອັນສຳຄັນທີ່ສຸດໃນຮອບ 10 ປີຜ່ານມາ, ແມ່ນການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດຢ່າງຮອບດ້ານໂດຍການນຳພາຂອງ ສສກ ຫຼັກສູດໃໝ່ໄດ້ແນະນຳວິທີການສອນ ແລະ ການຮຽນທີ່ທັນກັບຍຸກສະໄໝ, ເນັ້ນໃສ່ຖືເອົານັກຮຽນເປັນສຳຄັນ ໂດຍການສະໜັບສະໜູນຜ່ານແຜນງານບີຄວາ, ປັດຈຸບັນ, ນັກຮຽນໄດ້ຮັບການສົ່ງເສີມໃຫ້ຮຽນດ້ວຍການປະຕິບັດຕົວຈິງ, ຮ່ວມມືກັບເພື່ອນຮ່ວມຫ້ອງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ, ສ່ວນຄູກໍກຳລັງປັບຕົວໃຫ້ຊິນເຄີຍກັບວິທີການສອນທີ່ເນັ້ນໃຫ້ຫ້ອງຮຽນມີບັນຍາກາດການສົນທະນາ ແລະ ຕໍ່ເນື່ອງຫຼາຍຂຶ້ນ.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເນັ້ນເຖິງສິ່ງທ້າທາຍໃໝ່ທີ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທີ່ພວມປະເຊີນຢູ່, ທ່ານໄດ້ກ່າວວ່າ: “ເມື່ອພວກເຮົາເບິ່ງໄປໃນອະນາຄົດ, ພວກເຮົາຮັບຮູ້ວ່າຮູບແບບຂອງການສຶກສາຈະມີການພັດທະນາຢ່າງຕໍ່ເນື່ອງ ແລະ ພວກເຮົາຈະປະເຊີນກັບສິ່ງທ້າທາຍໃໝ່ໆ. ການຂາດແຄນຄູແມ່ນເປັນບັນຫາອັນຮີບດ່ວນ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງມີຄວາມສຳຄັນ, ການເພີ່ມອັດຕາການເຂົ້າຮຽນ ແລະ ຫຼຸດຜ່ອນອັດຕາການປະລະການຮຽນ ແມ່ນມີຄວາມຈຳເປັນ. ພ້ອມນີ້, ການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາ ແມ່ນເປັນສິ່ງຈຳເປັນທີ່ຈະຊ່ວຍໃຫ້ພວກເຮົາສະໜອງການສຶກສາທີ່ມີຄຸນນະພາບສູງ ແລະ ຮັບປະກັນໃຫ້ເດັກນ້ອຍທຸກຄົນເຂົ້າເຖິງການສຶກສາ ”.

ການຮ່ວມມືລະຫວ່າງລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່, ແຕ່ເສັ້ນທາງການພັດທະນານີ້ກໍຍັງຈະສືບຕໍ່. ຄວາມເຊື່ອໝັ້ນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາຍັງຄົງໜັກແໜ້ນ ແລະ ຮັບປະກັນໃຫ້ເດັກທຸກຄົນມີໂອກາດບັນລຸທ່າແຮງບົ່ມຊ້ອນຂອງຕົນເອງໄດ້ຢ່າງເຕັມສ່ວນ. ການສະເຫຼີມສະຫຼອງແຜນງານບີຄວາ ຄົບຮອບ 10 ປີ ຍັງໄດ້ເປັນການສະເຫຼີມສະຫຼອງຜົນສຳເລັດໃນອະດີດ ແລະ ເປັນການຢືນຢັນອີກຄັ້ງໜຶ່ງເຖິງຄວາມມຸ່ງໝັ້ນຮ່ວມກັນຂອງລັດຖະບານສອງປະເທດ, ເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ສ້າງປະເທດລາວໃຫ້ມີການສຶກສາທີ່ມີຄຸນນະພາບ.