ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮງຮຽນທິດສະດີການເມືອງກອງທັບ ເປັນເບົ້າຫຼ່ໍທາງດ້ານການເມືອງ-ແນວຄິດ ໃຫ້ແກ່ນາຍທະຫານ ຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ.

ໂຮງຮຽນທິດສະດີການເມືອງກອງທັບ ເປັນຫົວໜ່ວຍກົມກອງເອກະລາດໜຶ່ງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2303, ລົງວັນທີ 22 ພຶດສະພາ 2019 ແມ່ນສະຖາບັນການສຶກສາໜຶ່ງທີ່ເປັນເສນາທິການກ່ຽວກັບການກໍ່ສ້າງ ແລະ ບຳລຸງນາຍທະຫານການເມືອງທົ່ວກອງທັບເປັນເບົ້າຫຼໍ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນລາວ ໃຫ້ກາຍເປັນອາວຸດອັນແຫຼມຄົມຂອງກອງທັບ, ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການສັງຄົມນິຍົມຢ່າງໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນລາວ ໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະແມ່ນກໍ່ສ້າງນາຍທະຫານການເມືອງຂັ້ນກອງຮ້ອຍ, ກອງພັນນ້ອຍ, ກອງພັນໃຫຍ່, ປະລິນຍາຕີ, ປະລິນຍາໂທ ແລະ ບຳລຸງນາຍທະຫານການເມືອງຂັ້ນຫົວໜ້າ ຫຼື ຮອງກອງພົນ, ຂັ້ນຫົວໜ້າ ຫຼື ຮອງກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າ ຫຼື ຮອງອົງການ-ກົມ ຂອງບັນດາກົມໃຫ່ຍ, ວິທະຍາຄານ, ໂຮງຮຽນ, ບັນດາອົງການທຽບເທົ່າ ແລະ ເປົ້າໝາຍອື່ນໆ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ. ນອກຈາກນັ້ນ, ຍັງມີໜ້າທີ່ຄົ້ນຄວ້າໂຄງການຫຼັກສູດ, ໂຄງການສິດສອນຕາມເປົ້າໝາຍຂອງກະຊວງປ້ອງກັນປະເທດ ກໍ່ຄືກົມໃຫ່ຍການເມືອງກອງທັບໄດ້ກຳນົດໄວ້.

ສະຫາຍ ພັນເອກ ບຸນຊົມ ໄຊຍະວົງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ສຳພາດເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບ ຄົບຮອບ 6 ປີ ( 22 ພຶດສະພາ 2019 – 22 ພຶດສະພາ 2025)ວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ໂຮງຮຽນທິດສະດີການເມືອງກອງທັບ ແມ່ນມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເຊິ່ງສະແດງອອກ ດັ່ງນີ້:

ວຽກງານເຮັດໃຫ້ສະພາບກົມກອງມີຄວາມສະຫງົບ ຄະນະພັກ-ຄະນະບັນຊາໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ຕິດພັນແໜ້ນກັບອໍານາດການປົກຄອງທ້ອງຖິ່ນ ແລະ ບ້ານອ້ອມຂ້າງ ເຮັດໃຫ້ສະພາບຂອງກົມກອງມີຄວາມສະຫງົບ ປອດໄພ ພະນັກງານ, ຄູອາຈານ, ນັກຮົບ ຕັ້ງໜ້າປະຕິບັດ ແລະ ເຮັດສຳເລັດໜ້າທີ່ວຽກງານຕາມການມອບໝາຍ. ວຽກງານປັບປຸງກໍ່ສ້າງກໍາລັງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກງານໜຶ່ງສຸດທີ່ສໍາຄັນ, ເປັນບັນຫາກົກ ໂດຍໄດ້ຈັດຕັ້ງ ເຄື່ອນໄຫວດ້ວຍຫຼາຍຮູບການ ເຊັ່ນ: ຈັດຕັ້ງເຊື່ອມຊຶມບັນດາມະຕິຕ່າງໆຂອງສູນກາງພັກ, ຈັດຕັ້ງປະຖະກະຖາວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເສີມຂະຫຍາຍຢ່າງຕັ້ງໜ້າໃນການເຄື່ອນໄຫວສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບກົມກອງ 3 ປອດ, ກົມກອງ – ນັກຮົບວັດທະນະທຳ ກອງວັດທະນາທຳ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ການປັບປຸງກໍ່ສ້າງພັກ: ໄລຍະຜ່ານມາຄະນະພັກ ກໍ່ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຂອງພັກ, ສຸມໃສ່ກໍ່ສ້າງພັກທາງດ້ານການເມືອງແນວຄິດເປັນກົກ ໂດຍຕິດພັນກັບການ ປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັດຈຸບັນທົ່ວໂຮງຮຽນທິດສະດີການ ເມືອງກອງທັບ ປະກອບມີ: 1 ອົງຄະນະພັກ, 4 ຄະນະພັກຮາກຖານ, ມີ 11 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ແລະ 6 ໜວ່ຍພັກຮາກຖານ. ການປັບປຸງກໍ່ສ້າງພະນັກງານ ໄດ້ເອົາໃຈໃສ່ເປັນພິເສດໃນການກໍ່ສ້າງພະນັກງານໃນຂັ້ນຕ່າງໆ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ໃນການນໍາພາ-ບັນຊາ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ປະຈຸບັນໃນທົ່ວໂຮງຮຽນທິດສະດີການເມືອງກອງທັບ ມີພະນັກງານທັງໝົດ 426 ສະຫາຍ, ຍິງ 93 ສະຫາຍ. ການປັບປຸງວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຊີ້ນໍາອົງການຈັດຕັ້ງດັ່ງກ່າວ ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໂດຍເປັນເຈົ້າການສ້າງຂະບວນການວຽກງານຕ່າງໆ ຂອງກົມກອງໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນຂະບວນການສີລະປະວັນນະຄະດີ, ກິລາກາຍະກຳ, ກິດຈະກຳຖາມ- ຕອບຄວາມຮູ້ຮອບຕົວ, ຂະບວນການອອກແຮງງານແດງ ແລະ ຫາລາຍໄດ້ອື່ນໆ, ວຽກງານອົບຮົມ-ກໍ່ສ້າງ ແມ່ນເປັນວຽກງານໜຶ່ງທີ່ສໍາຄັນເປັນວຽກໃຈກາງຂອງໂຮງຮຽນທິດສະດີການເມືອງກອງທັບ ເພື່ອຮັບປະກັນເຮັດໃຫ້ການຮຽນ-ການສອນ, ເປີດ-ປິດຊຸດອົບຮົມໃຫ້ ນາຍທະຫານແຕ່ລະເປົ້າໝາຍສໍາເລັດຕາມແຜນການ ແລະ ມີຄຸນນະພາບສູງ ໄລຍະຜ່ານມາໄດ້ຈັດຕັ້ງດໍາເນີນການຮຽນ-ການສອນ ທັງໝົດມີ 10 ເປົ້າໝາຍ ຄື: ກໍ່ສ້າງປະລິນຍາໂທການເມືອງລະບົບ 02 ປີ ,ກໍ່ສ້າງປະລິນຍາຕີການເມືອງຂັ້ນກອງພັນໃຫຍ່-ກອງພົນລະບົບ 3 ປີ, ກໍ່ສ້າງເລັ່ງລັດນາຍທະຫານການເມືອງຂັ້ນກອງພັນໃຫຍ່-ກອງພົນລະບົບ 1 ປີ, ກໍ່ສ້າງເລັ່ງລັດນາຍທະຫານການເມືອງຂັ້ນ ກອງພັນນ້ອຍ-ກອງພັນໃຫຍ່ ລະບົບ 1 ປີ, ກໍ່ສ້າງເລັ່ງລັດທິດສະດີ ມາກ-ເລນິນລະບົບ 1 ປີ, ບຳລຸງວຽກທິດສະດີມາກ-ເລນິນລະບົບ 5 ເດືອນ ແລະ 10 ເດືອນ, ບຳລຸງວຽກງານປ້ອງກັນພາຍໃນລະບົບ 5 ເດືອນ, ບຳລຸງວຽກງານນະໂຍບາຍລະບົບ 3 ເດືອນ, ບຳລຸງ ວຽກງານກໍ່ສ້າງຮາກຖານການເມືອງລະບົບ 3 ເດືອນ, ມີນັກສຶກສາເຂົ້າຮຽນທັງໝົດ 1.394 ສະຫາຍ, ຮຽນຈົບໄປແລ້ວ ມີ 1.070 ສະຫາຍ, ຍັງສືບຕໍ່ຮຽນ ມີ 324 ສະຫາຍ,

ວຽກງານຮັບປະກັນພະລາທິການ-ເຕັກນິກ ໄດ້ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດລະບອບຄຸ້ມຄອງງົບປະມານ, ຄຸ້ມຄອງລາຍຮັບ-ລາຍຈ່າຍ ທາງດ້ານການເງິນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ຈຳກັດການຮົ່ວໄຫຼ ມີເສດຖະກິດເປີດເຜີຍ ຮັບປະກັນທາງດ້ານຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ, ອ້າຍນ້ອງໂສດ ແລະ ນັກສຶກສາ. ວຽກງານການພົວພັນ ແລະ ຮ່ວມມືສາກົນ ໄດ້ເອົາໃຈ ໃສ່ຊີ້ນໍາບົນພື້ນຖານເຊື່ອມຊືມກຳແໜ້ນແນວທງການຕ່າງປະເທດຂອງພັກ-ລັດ ວາງອອກ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ສສ. ຫວຽດນາມ, ສ.ປ ຈີນ, ສ.ຣັດເຊຍ ພິເສດແມ່ນຄະນະຊ່ຽວຊານ ສ ສ.ຫວຽດນາມທີ່ມາປະຈຳຢູ່ໂຮງຮຽນທິດສະດີການເມືອງກອງທັບ.

ສະຫາຍ ພັນເອກ ບຸນຊົມ ໄຊຍະວົງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ຮູ້ຕື່ມວ່າ: ສັງລວມແລ້ວ ຕະຫຼອດໄລຍະ 6 ປີ ນັບແຕ່ມື້ສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບ ມາເຖິງປັດຈຸບັນ ໂດຍພື້ນຖານແລ້ວ ພາຍໃຕ້ ການຊີ້ນໍາຂອງຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່ການເມືອງກອງທັບ ເຫັນວ່າ: ແມ່ນຜົນງານ ຂອງຄະນະນໍາອາວຸໂສຮຸ່ນກ່ອນ ມີພວກເພິ່ນໃນວັນນັ້ນຈຶ່ງມີພວກເຮົາໃນວັນນີ້ ແລະ ແມ່ນຜົນງານຂອງຄະນະນໍາ ຮຸ່ນປະຈຸບັນ ໄດ້ມີຜົນງານຫຼາຍດ້ານ, ມີຄວາມເປັນເອກະພາບ, ມີຄວາມສາມັກຄີ, ຄວາມເປັນເອກະພາບຂອງ ພະນັກງານ-ຄູອາຈານ-ນັກຮົບ ຢູ່ພາຍໃນກົມກອງ ໄດ້ປະຕິບັດໜ້າທີ່ວຽກງານມີຜົນສໍາເລັດຕາມການມອບໝາຍ ແລະ ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ, ສາມາດຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການ ສອນ ມີຜົນສໍາເລັດຢ່າງຈົບງາມ. ເປັນເສນາທິການວຽກງານ ກໍ່ສ້າງ-ບຳລຸງ ນາຍທະຫານການເມືອງໃນກອງທັບ ແລະ ສົມແລ້ວທີ່ເປັນເບົ້າຫຼໍ່ໃນການກໍ່ສ້າງນາຍທະຫານການເມືອງຂອງທັບປະຊາຊົນລາວ.

ໂດຍ: ຄຳໄຕ ຈັນນະຄອນ