ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ.

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980-1 ມິຖຸນາ 2025) ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມເຊິ່ງສະຫາຍຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 01 ມິຖຸນາ ຂອງທຸກໆປີ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆ ປີ ຕາມການກຳນົດຂອງລັດຖະບານ ເຊິ່ງມາຮອດປີນີ້ ພໍດີຄົບຮອບ 45 ປີ, ເຊິ່ງໃນທຸກໆປີການນໍາພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ນັບແຕ່ສູນກາງລົງຮອດແຕ່ລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳປູກຕົ້ນໄມ້ໃຫ້ເປັນປ່າຢ່າງເປັນຂະບວນຟົດຟື້ນ ເພື່ອແນໃສ່ເພີ່ມເນື້ອທີ່ ປົກຫຸ້ມປ່າໄມ້ໃຫ້ເພີ່ມຂຶ້ນໃນແຕ່ລະປີ. ຕະຫຼອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ໄດ້ເຫັນຄວາມສໍາຄັນ ຂອງວຽກງານຄຸ້ມຄອງ-ປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນການປູກປົກປັກຮັກສາ ປ່າໄມ້ ເຊິ່ງໄດ້ກຳນົດຫຼາຍເຂດໃນທົ່ວປະເທດ ເປັນປ່າປ້ອງກັນ, ປ່າສະຫງວນ ແລະ ເປັນປ່າຜະລິດ, ອອກນິຕິກຳຫຼາຍສະບັບ ເພື່ອຄຸ້ມຄອງປ່າໄມ້ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນຢູ່ແຕ່ລະຂັ້ນ. ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຍົກສູງນໍ້າໃຈຮັບຜິດຊອບໃນການປູກ, ປົກປັກຮັກສາ ເພື່ອເຮັດໃຫ້ບັນດາຕົ້ນໄມ້ທີ່ປູກໃນວັນນີ້ ເປັນປ່າທີ່ຂຽວງາມໃນຕົວເມືອງ, ເພີ່ມສີຂຽວໃຫ້ນະຄອນຫຼວງວຽງຈັນ ແລະ ມີຄຸນປະໂຫຍດໃນຕໍ່ໜ້າ. ສໍາລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບດ້ວຍຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ຈຳນວນ 500 ຕົ້ນ.

ໃນພິທີຍັງໄດ້ຈັດກິດຈະກຳແຂ່ງຂັນກິລາບານເຕະ ແລະ ກິລາເປຕັງມິດຕະພາບ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຂັ້ນລຸ່ມກັບຂັ້ນເທິງຕື່ມອີກ.

ຂ່າວ-ພາບ: ຄຳໄຕ ຈັນນະຄອນ