ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສຳເລັດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ X

ວັນທີ 30 ພຶດສະພາ 2025, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສຳເລັດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ X ປະຈຳສົກຮຽນປີ 2024- 2025, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ກຳມະການຄະນະພັກ ຮັກສາການຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີບັນດາຄະນະພັກ-ຄະນະອຳນວຍການ, ກົມ, ຫ້ອງການ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ສະຫາຍ ພັນເອກ ປອ ສິງ ບຸນນີວົງ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແຜນການບຳລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ X ສົກຮຽນ 2024 – 2025, ຈຸດປະສົງແມ່ນເພື່ອເປັນການຍົກສູງລະດັບຄວາມຮັບຮູ້ອັນໃໝ່ທາງດ້ານທິດສະດີ, ຫຼັກການພື້ນຖານ ຄວາມຮູ້ວິທະຍາສາດ ສັງຄົມ, ຍົກສູງຄວາມສາມາດຈິນຕະນາການ, ກຳແໜ້ນທິດສະດີ, ບົດຮຽນຕົວຈິງດ້ານວຽກງານການທະຫານທ້ອງຖິ່ນ ແລະ ບັນດາເຫຼົ່າຮົບ, ສ້າງໄດ້ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການລົງເລິກດ້ານການທະຫານທ້ອງຖິ່ນ ໃນການຫັນພາວະແຕ່ຍາມສັນຕິພາບໄປສູ່ສົງຄາມ ແລະ ປັບປຸງກໍ່ສ້າງວຽກງານການທະຫານທ້ອງຖິ່ນ, ຮູ້ສົມທຽບລະຫວ່າງທິດສະດີ ກັບ ພຶດຕິກຳຕົວຈິງທີ່ເຄີຍປະຕິບັດຜ່ານມາ ແລະ ສາມາດຖອດຖອນໄດ້ບົດຮຽນອັນໃໝ່ ເປັນພື້ນຖານເພື່ອໝູນໃຊ້ ເຂົ້າໃນການເຄື່ອນໄຫວຢູ່ກົມກອງ, ຮາກຖານໃຫ້ຖືກຕ້ອງ ແລະ ຮັດກຸມຂຶ້ນກວ່າເກົ່າເພື່ອຕອບຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.

ສຳລັບນັກສຶກສາ ໃນສົກປີ 2024-2025 ມີທັງໝົດ 30 ສະຫາຍ ທີ່ມາຈາກກົມກອງກຳລັງຫຼວງກຳລັງທ້ອງຖິ່ນທົ່ວປະເທດ, ເຊິ່ງເນື້ອໃນທີ່ນຳມາບຳລຸງໃນຄັ້ງນີ້ ລວມມີ 03 ກຸ່ມຄື: ຄວາມຮູ້ວິທະຍາສາດສັງຄົມ ແລະ ອະລິຍະທຳຕ່າງໆ, ຄວາມຮູ້ວຽກງານ ປກຊ-ປກສ ແລະ ສິລະປະຍຸດການທະຫານ, ຄວາມຮູ້ລົງເລິກຂະແໜງການທະຫານທ້ອງຖິ່ນ,

ໃນນີ້ສາມາດຕີລາຄາຄວາມຮັບຮູ້ເຂົ້າໃຈຂອງພະງານນັກສຶກສາໄດ້ ເກຼດ A 08 ສະຫາຍ ເທົ່າກັບ 26,67%, ເກຼດ B 09 ສະຫາຍ ເທົ່າກັບ 30% + ເກຼດ B 13 ສະຫາຍ ເທົ່າກັບ 43,33%.

ໂອກາດນີ້, ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ຕະຫຼອດຮອດ ຄູອາຈານທີ່ໄດ້ກະກຽມເນື້ອໃນດ້ານຕ່າງໆ, ພ້ອມທັງເນັ້ນໜັກຫຼາຍບັນຫາໃຫ້ນັກຮຽນ-ນັກສຶກສາທີ່ຈົບການສຶກສາໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການຕື່ນຕົວປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ, ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ສ້າງຕົນເອງໃຫ້ມີແນວຄິດຫຼັກໝັ້ນ,ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການວຽກງານຕ່າງໆກົມກອງ, ນອກນີ້ ສະຫາຍ ຍັງຮຽກຮ້ອງໃຫ້ແຕ່ລະສະຫາຍ ນຳເອົາຄວາມຮູ້ທີ່ໄດ້ຮຽນຜ່ານມານັ້ນ ໄປໝູນໃຊ້ເຂົ້າໃນວຽກວິຊາສະເພາະ, ເພື່ອພັດທະນາກົມກອງຂອງຕົນເອງ ເວົ້າລວມ, ເວົ້າເພາະກໍຄື ວິຊາການດ້ານເຕັກນິກການທະຫານ ສາມາດນຳໄປປະຕິບັດໜ້າທີ່ວຽກງານຕົວຈິງຢູ່ກົມກອງໃຫ້ມີຜົນສຳເລັດອັນຈົບງາມ.

ຂ່າວ-ພາບ: ສຸກສາຄອນ.