ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຮ່ວມມືກັນເພື່ອສົ່ງເສີມໂອກາດໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.




ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມສຶກສາ ທີ່ນະຄອນຫຼວງວຽງຈັນ ແລະ ທີ່ວິທະຍາໄລຄູ 3 ແຫ່ງ (ຫຼວງນໍ້າທາ, ຄັງໄຂ ແລະ ສະຫວັນນະເຂດ) ໃນວັນທີ 3-4 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາກົມທີ່ກ່ຽວຂ້ອງ, 7 ພະແນກສຶກສາທິການ ແລະ ກິລາແຂວງ, 8 ວິທະຍາໄລຄູ, 3 ຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມທັງມີຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້, ເຊິ່ງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສົ່ງເສີມຄຸນນະພາບການສຶກສາ:
“ກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມີຄວາມສໍາຄັນໃນການຊຸກຍູ້ຄວາມພະຍາຍາມຂອງພວກເຮົາເພື່ອປັບປຸງຄຸນນະພາບການຮຽນການສອນ. ຄູແມ່ນຫົວໃຈຂອງການສຶກສາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການສອນເປັນບູລິມະສິດອັນດັບຕົ້ນຂອງກະຊວງສຶກສາທິການ ແລະ ກິລາ. ຂໍສະແດງຄວາມຂອບໃຈຢ່າງຍິ່ງມາຍັງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງຄຸນນະພາບການສອນເປັນເວລາຍາວນານ.ພ້ອມທັງ ສົ່ງເສີມການສຶກສາຮຽນເພື່ອຮັບປະກັນວ່າທຸກຄົນສາມາດເຂົ້າເຖິງໂອກາດໃນການຮຽນຮູ້ຢ່າງເທົ່າທຽມກັນ”.
ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງໄດ້ຖືກພັດທະນາຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ ສສກ ເພື່ອເສີມຂະຫຍາຍການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນທົ່ວປະເທດສຳລັບຄູສອນໃນຂັ້ນໂຮງຮຽນ. ຄຳແນະນຳໄດ້ໃຫ້ຂໍ້ມູນເພື່ອຂັບເຄື່ອນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໃນນີ້ລວມມີ: ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ເປັນຜູ້ມີສ່ວນຮ່ວມທີ່ສຳຄັນ.
ກອງປະຊຸມຄັ້ງນີ້ ໄດ້ປະກອບຄຳຄິດເຫັນ ເພື່ອປັບປຸງຄຳແນະນຳໃຫ້ເໝາະສົມກັບຈຸດປະສົງ, ເພື່ອໃຫ້ການສະໜັບສະໜູນແກ່ຜູ້ທີ່ມີສ່ວນຮ່ວມໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ມີຄວາມຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງເປັນລະບົບ.
ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວຕື່ມອີກວ່າ: “ກົມສ້າງຄູຈະເຮັດວຽກຢ່າງໃກ້ຊິດຮ່ວມກັບແຜນງານບີຄວາ ເພື່ອທົດລອງລະບົບໃໝ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຢູ່ໃນ 30 ເມືອງເປົ້າໝາຍ, ໂດຍມີຈຸດປະສົງເພື່ອສະໜອງການຊ່ວຍເຫຼືອຄູທີ່ເຂັ້ມແຂງ ແລະ ຍືນຍົງໃນຂັ້ນໂຮງຮຽນ. ພວກເຮົາຈະມີການຕິດຕາມຜົນໄດ້ຮັບ, ສຶກສາຄົ້ນຄວ້າຜົນໄດ້ຮັບ ແລະ ຈາກນັ້ນກໍຂະຫຍາຍລະບົບໄປຫາເຂດອື່ນໆໃນທົ່ວປະເທດ. ນີ້ເປັນເຫດຜົນທີ່ພວກເຮົາໄດ້ເຊີນຄູ່ຮ່ວມພັດທະນາມາຮ່ວມນຳໃນກອງປະຊຸມນີ້. ພ້ອມຮຽກຮ້ອງໃຫ້ທຸກທ່ານຈົ່ງຊ່ວຍກັນ ປະກອບສ່ວນຢ່າງຕັ້ງໜ້າ, ປະກອບຄຳເຫັນດ້ານວິຊາການ ແລະ ກຽມຄວາມພ້ອມເພື່ອການຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ປະກົດຜົນເປັນຈິງ”.