ວິທະຍາຄານການແພດກອງທັບ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025.





ວັນທີ 29 ພຶດສະພາ 2025, ວິທະຍາຄານການແພດກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຄະນະປະຈຳພັກ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນ ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດ ເປັນບັນຫາສໍາຄັນ ເປັນຕົ້ນໃຫ້ບັນດາສະມາຊິກ, ພະນັກງານ-ນັກຮົບຢູ່ໃນກົມກອງ ຮັບຮູ້ ເຂົ້າໃຈ ເຊື່ອມຊຶມກຳແໜ້ນແນວທາງແຜນການນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ ເຊິ່ງໄດ້ນໍາເອົາເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ II, ແຜນງານທີ່ 8: ຮັບປະກັນດ້ານວຽກງານການກໍ່ສ້ງກໍາລັງຂະແໜງການແພດ ເພື່ອເຮັດສໍາເລັດໜ້າທີທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເຊິ່ງມັນສະແດງອອກພະນັກງານ ສະມາຊິກພັກ ແຕ່ລະສະຫາຍໄດ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະເທດຊາດ, ເປັນເຈົ້າການເຊີດຊູສະຕິ ລະວັງຕົວ ຕໍ່ກົນອຸບາຍມ້າງເພທໍາລາຍ ຈໍາແນກໄດ້ມິດ ແລະ ສັດຕູ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ, ເຊິ່ງປັດຈຸບັນ ຄະນະພັກວິທະຍາຄານການແພດມີ 3 ຄະນະພັກຮາກຖານ, ມີ 15 ໜ່ວຍຂຶ້ນກັບ, ຜ່ານການຕີລາຄາຜົນໄດ້ຮັບສາມາດຍາດໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 7 ສະໄໝ 6 ໜ່ວຍພັກ, 2 ສະໄໜ 3 ໜ່ວຍພັກ ແລະ ຮັບຮອງໃໝ່ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ໜ່ວຍພັກ, ຈາກນັ້ນຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ, ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ຈໍານວນ 12 ໜ່ວຍພັກ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານທີ່ສາມາດຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ກໜັກໃຫ້ພະນັກງານສະມາຊິກພັກຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ, ແກ້ໄຂບັນຫາຂໍ້ຄົງຄ້າງ ແລະ ສືບຕໍ່ນຳພາພະນັກງານສະມາຊິກພັກ-ນັກຮົບໃຫ້ມີຄວາມພັດທະນາໃຫ້ໄດ້ປະລິມານ ແລະ ຄຸນນະພາບຍິ່ງຂຶ້ນ, ພ້ອມກັນປັບປຸງແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຢ່າງເຂັ້ມງວດ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັກ, ວຽກງານວິຊາສະເພາະວິທະຍາຄານການແພດຂອງກົມກອງໃຫ້ປະກົດຜົນເປັນຈິງ.
ໂດຍ: ຄຳໄຕ ຈັນນະຄອນ.