ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025, ທີ່ກອງພົນທີ 5, ໂດຍມີ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ – ຄະນະບັນຊາ ກອງພົນທີ 5, ກອງບັນຊາການທະຫານແຂວງຈຳປາສັກ , ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ , ໂຮງໝໍ106 , ໂຮງງານປະສານເຫຼົ່າພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 611, ກອງພັນໃຫຍ່ 501, 502, ສານທະຫານພາກໃຕ້, ສາງນ້ຳມັນເລກ 8, ໄອຍະການພາກໃຕ້, ບໍລິສັດກໍ່ສ້າງຂົວ – ທາງຄົບວົງຈອນ ກອງທັບ, ອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ພະແນກການ, ພະນັກງານຫຼັກແຫຼ່ງກອງພົນທີ 5 ເຂົ້າຮ່ວມ.

ໃນການລົງມາເຄື່ອນໄຫວ ພົບປະໂອ້ລົມຄະນະນຳ ພະນັກງານຫຼັກແຫຼ່ງຢູ່ກົມກອງເຂດພາກໃຕ້ ໃນຄັ້ງນີ້ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ – ຄະນະບັນຊາກອງພົນທີ 5 ທີ່ໄດ້ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ. ຈາກນັ້ນສະຫາຍ ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະຫຼັບ ສັບຊ້ອນ ເຊິ່ງມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ຕໍ່ກັບສະພາບການດັ່ງກ່າວ ເຊິ່ງໄດ້ມັນຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາ ພະນັກງານ ແຕ່ລະຂັ້ນ ຕ້ອງໄດ້ພ້ອມກັນເອົາໃຈໃສ່ ມີສະຕິລະວັງຕົວສູງ ເພື່ອຕອບຕ້ານ ທຸກກົນອຸບາຍ ຫັນປ່ຽນໂດຍສັນຕິ ຂອງພວກອິດທິກຳລັງປໍລະປັກ, ໄປພ້ອມໆກັບການເອົາໃຈໃສ່ ຝຶກແອບຮ່ຳຮຽນ ການເມືອງ, ການທະຫານ, ພະລາທິການ – ເຕັກນິກ ໃຫ້ເປັນປົກກະຕິ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ຕິດພັນກັບການ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ເປັນປົກກະຕິ, ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີປະສິດທະພາບສູງ, ເອົາໃຈໃສ່ບົວລະບັດປົກປັກຮັກສາ ພາຫະນະອາວຸດ, ຍຸດໂທປະກອນໃຫ້ມີຄວາມຮັບປະກັນນຳໃຊ້ໄດ້ຍາວນານ, ໄປພ້ອມໆກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາເສດຖະກິດ – ສັງຄົມ ຮອບດ້ານ, ສືບຕໍ່ຕິດຕາມກວດກາເກັບກຳສະພາບຂອບເຂດ ກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.

ຂ່າວ: ແສງອາທິດ ສີດາໄລ

lo ພາສາລາວ
Let's chat on WhatsApp

ສະບາຍດີ 

07:32