ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສື່ມວນຊົນກອງທັບ ຕ້ອງຍົກສູງສະຕິລະວັງຕົວ ສູ້ຊົນບຸກບືນເຮັດໜ້າທີ່ດ້ວຍຄວາມຫ້າວຫັນ, ດ້ວຍຈິດໃຈບຸກທະລຸທີ່ເຕັມໄປດ້ວຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຈັນຍາບັນທີ່ຖືກຕ້ອງ

ພາຍຫຼັງສຳເລັດການຝືກອົບຮົມທິດສະດີການເມືອງ ໄລຍະສັ້ນ ຊຸດທີ 1 ແລະ ຊຸດທີ 2 ໃຫ້ພະນັກງານ-ນັກຮົບ ກອງສື່ມວນຊົນກອງທັບ ໄລຍະເວລາ 12 ວັນ (12-27 ພຶດສະພາ 2025 ຜ່ານມາ), ເຊິ່ງເນື້ອໃນການຝຶກອົບຮົມ ໄດ້ຮຽນຮູ້ກ່ຽວກັບທິດສະດີ, ຫຼັກການພື້ນຖານດ້ານການເມືອງ ເປັນຕົ້ນແມ່ນ: ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ອົງການການເມືອງໃນກອງທັບປະຊາຊົນລາວ ແລະ ເອກະສານ ພາລະບົດບາດ, ສິດ, ໜ້າທີ່ຂອງສື່ມວນຊົນ ແລະ ຈັນຍາບັນຂອງນັກຂ່າວ, ນອກຈາກການຂຶ້ນຫ້ອງອະທິບາຍແຕ່ລະບົດຮຽນແລ້ວ, ຍັງມີການສົນທະນາ, ຂຽນບົດເກັບກ່ຽວຄວາມຮັບຮູ້ ແລະ ໄປທັດສະນະສຶກສາ ທີ່ສະຖານປະຫວັດສາດ ທີ່ສໍາຄັນ ເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ, ຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານຄຸກກັກຂັງບັນດາທ່ານຜູ້ນໍາແນວລາວຮັກຊາດ, ເຖິງວ່າການຝຶກອົບຮົມເປັນເວລາທີ່ສັ້ນ, ເນື້ອໃນອົບຮົມ ແລະ ການສົນທະນາຂຽນບົດເກັບກ່ຽວງົບປະມານຮັບໃຊ້ຈຳກັດ, ແຕ່ບັນດາສະຫາຍຄະນະຮັບຜິດຊອບ ກໍຄືພະນັກງານ-ນັກຮົບ ທີ່ເຂົ້າຝຶກອົບຮົມ ກໍໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຮັດໃຫ້ຊຸດຝຶກອົບຮົມການເມືອງໄລຍະສັ້ນໃນຄັ້ງນີ້ ມີຜົນສຳເລັດອັນຈົບງາມບັນລຸໄດ້ຕາມຈຸດປະສົງ-ຄາດໝາຍທີ່ວາງໄວ້.

ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທິດຊີ້ນຳຕໍ່ພິທີປິດຊຸດອົບຮົມຄັ້ງນີ້ວ່າ: ຊຸດອົບຮົມດັ່ງກ່າວ ສຸດທີ່ມີຄວາມໝາຍສຳຄັນເພາະວ່າເປັນການປັບປຸງບຳລຸງຍົກລະດັບທາງດ້ານທິດສະດີການເມືອງ ໃຫ້ແກ່ບັນດາສະຫາຍພະນັກງານວິຊາການທາງດ້ານວຽກງານສື່ມວນຊົນຢູ່ບັນດາກອງສື່ມວນຊົນກອງທັບ ຂຶ້ນຕື່ມອີກກ້າວໜຶ່ງ.

ຜົນສຳເລັດດັ່ງກ່າວ ແມ່ນໄດ້ມາຈາກຄວາມພະຍາຍາມຂອງບັນດາສະຫາຍຄະນະຊີ້ນຳໄດ້ຍົກສູງ ຄວາມຮັບຜິດຊອບໃນການຊີ້ນຳຕິດຕາມ, ຊຸກຍູ້ຢ່າງໃກ້ຊິດແຕ່ຕົ້ນຕະຫຼອດປາຍ, ບັນດາສະຫາຍທີ່ຮັບຜິດຊອບດ້ານເນື້ອໃນກໍໄດ້ກະກຽມເນື້ອໃນ, ບົດສອນ ແລະ ຄູ-ອາຈານຂຶ້ນຫ້ອງຕາມແຜນການມີການອະທິບາຍສົມທຽບ ແລະ ແນະນຳ ແລກປ່ຽນບົດຮຽນຕົວຈິງໄດ້ດີ, ພ້ອມກັນນັ້ນ ບັນດາສະຫາຍທີ່ເຂົ້າຝຶກອົບຮົມກໍໄດ້ເອົາໃຈໃສ່ຂຶ້ນຫ້ອງຈົດກ່າຍ, ຮັບຟັງ ແລະ ຕັ້ງໜ້າຄົ້ນຄວ້າປະກອບຄຳເຫັນຢ່າງຕັ້ງໜ້າເຮັດໃຫ້ບົດຮຽນແຕ່ລະບົດສົມບູນ, ຄວາມຮັບຮູ້ເລິກເຊິ່ງ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນຕື່ມ.

ປັດຈຸບັນປະເທດຊາດຂອງພວກເຮົາພວມກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ບົນເສັ້ນທາງດັ່ງກ່າວພວກເຮົາ ພວມປະເຊີນກັບສະພາບການຂອງໂລກ, ພາກພື້ນ ທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ, ມີທັງຂໍ້ສະດວກເອື້ອອຳນວຍ ແລະ ມີທັງຂໍ້ຫຍຸ້ງຍາກທົດສອບ, ທ້າທາຍຫຼາຍດ້ານແຕ່ໂດຍທົ່ວໄປແລ້ວ, ການຮ່ວມມືເພື່ອພັດທະນາ ຍັງເປັນທ່າອ່ຽງລວມຂອງຍຸກສະໄໝ ເຊິ່ງເຕັມໄປດ້ວຍການແກ້ງແຍ້ງ, ແຂ່ງຂັນກັນດ້ານເສດຖະກິດ, ການທະຫານຂອງບັນດາປະເທດມະຫາອຳນາດ ສະເພາະຕໍ່ປະເທດເຮົາ ພວກອິດທິກໍາລັງປໍລະປັກ ຍັງສືບຕໍ່ຍູ້ແຮງການເຄື່ອນໄຫວ, ທຳລາຍມ້າງເພດ້ວຍຫຼາຍຮູບຫຼາຍສີຢ່າງຮອບດ້ານ, ເປັນຕົ້ນໂດຍສະເພາະແມ່ນການປະຕິບັດຍຸດທະສາດ ຫັນປ່ຽນໂດຍສັນຕິ ສວຍໃຊ້ບັນຫາສິດທິມະນຸດປະຊາທິປະໄຕ, ບັນຫາຊົນເຜົ່າ, ສາສະໜາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນບ່ອນອີງຊ່ອງຫວ່າງເພື່ອໂຄສະນາໃສ່ຮ້າຍປ້າຍສີ, ບິດເບືອນແນວທາງ ກໍຄືການນໍາພາຂອງພັກ-ລັດຖະບານ ໂດຍນຳໃຊ້ສື່ສັງຄົມອອນລາຍ ທັບຖົມໂຈມຕີຕໍ່ແນວທາງຂອງພັກ ກໍຄືບັນດາຜູ້ນຳພັກ-ລັດເຮົາ, ປັດຈຸບັນປະເທດເຮົາ ຍັງມີປະກົດການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີຢູ່ບາງຈຸດທີ່ຫຼໍ່ແຫຼມ ແລະ ຍັງມີປະກົດການສິ່ງຫຍໍ້ທໍ້ຫຼາຍຢ່າງຢູ່ໃນສັງຄົມ, ທັງໝົດເຫຼົ່ານັ້ນ ຍັງຈະສືບຕໍ່ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຕໍ່ລະບົບແນວຄິດ ຂອງພະນັກງານ-ນັກຮົບເຮົາບໍ່ຫຼາຍໜ້ອຍ.

ເຖິງຢ່າງໃດກໍຕາມ, ຕໍ່ໜ້າສະພາບການດັ່ງກ່າວນັ້ນ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຮັດວຽກງານສື່ມວນຊົນກອງທັບ ຕ້ອງໄດ້ຍົກສູງສະຕິລະວັງຕົວ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສູ້ຊົນບຸກບືນເຮັດໜ້າທີ່ດ້ວຍຄວາມຫ້າວຫັນ, ດ້ວຍຈິດໃຈບຸກທະລຸເປັນສື່ມວນຊົນ ທີ່ເຕັມໄປດ້ວຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຈັນຍາບັນທີ່ຖືກຕ້ອງ, ໃຫ້ສົມກັບວ່າເປັນກະບອກສຽງທີ່ແຫຼມຄົມຂອງພັກ ເວົ້າລວມ, ເວົ້າສະເພາະ ຂອງກະຊວງປ້ອງກັນປະເທດ.

ເອກະສານທີ່ບັນດາສະຫາຍໄດ້ຄົ້ນຄວ້າຮໍ່າຮຽນຜ່ານມານັ້ນເປັນພຽງແຕ່ທິດສະດີ, ຫຼັກການ, ຂໍ້ກຳນົດທີ່ປະກອບໃຫ້ບັນດາສະຫາຍ ເພື່ອເປັນບ່ອນອີງໃນເວລານຳໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງ. ສະນັ້ນ, ເພື່ອຈັດຕັ້ງເຄື່ອນໄຫວວຽກງານຕົວຈິງໃຫ້ມີຄຸນນະພາບດີຂຶ້ນນັ້ນ, ທັງເປັນບ່ອນອີງ ໃນເວລາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:

1. ຈົ່ງນໍາເອົາເນື້ອໃນທິດສະດີຫຼັກການ ແລະ ວິທີການຕ່າງໆ ທີ່ໄດ້ຄົ້ນຄວ້າຮໍ່າຮຽນໃນຊຸດນີ້ ນໍາໄປຄົ້ນຄວ້າເຊື່ອມຊຶມໃຫ້ເລິກເຊິ່ງ, ຮັບປະກັນ ແລະ ວິທີການເຄື່ອນໄຫວດ້ານເນື້ອໃນ, ຮູບການຢູ່ກົມກອງໃຫ້ດີຂຶ້ນກວ່າເກົ່າ, ມີຄວາມຕື່ນຕົວຫ້າວຫັນ, ເປັນເຈົ້າການເສີມຂະຫຍາຍຫົວຄິດປະດິດສ້າງຕ້ອງກ້າຄິດ, ກ້າທຳ ແລະ ມີຄວາມຮັບຜິດຊອບສູງຕໍ່ທຸກວຽກງານ.

2. ຈົ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີປະສິດທິຜົນ, ຢາກເຮັດໄດ້ຄືແນວນັ້ນ ຕ້ອງກຳແໜ້ນມະຕິຄຳສັ່ງຂອງຜູ້ນໍາພາ-ບັນຊາກົມກອງ ໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິບັດວຽກງານສື່ ຕາມສະພາບການຕົວຈິງ, ມີໂລກະທັດ-ວິທະຍາສາດທີ່ແທ້ຈິງ, ມີຄວາມກະຕັນຍູ-ຮູ້ບຸນຄຸນຕໍ່ຜູ້ນຳ, ຈຳແນກມິດ-ສັດຕູຢ່າງຈະແຈ້ງສາມາດສະກັດກັ້ນ ແລະ ຕອບຕ້ານຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ຮັກສາຈັນຍາບັນຂອງສື່ມວນຊົນ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

3. ຜູ້ເຮັດວຽກງານສື່ມວນຊົນໃນກອງທັບ ຕ້ອງປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດຂອງຕົນ ໃຫ້ສອດຄ່ອງ, ມີການປຶກສາຫາລືຂໍຄໍາເຫັນນໍາຂັ້ນເທິງຖັດຕົນ, ມີການຖອດຖອນບົດຮຽນ,ເຊື່ອມຊຶມກຳແໜ້ນມະຕິຄຳສັ່ງຂອງຂັ້ນເທິງ, ຂອງກົມກອງ, ດຳລົງຊີວິດລຽບງ່າຍໂປ່ງໃສ, ມີຄວາມສາມັກຄີພາຍໃນ, ສ້າງສາຍພົວພັນແຕ່ລະວຽກງານ, ແຕ່ລະຂັ້ນໃຫ້ສອດຄ່ອງດີ, ເດັດດ່ຽວຕ້ານບັນດາກະແສແນວຄິດທີ່ບໍ່ດີທີ່ພາໄປສູ່ການຫຍໍ້ທໍ້ຕ່າງໆ.

4. ເອົາໃຈໃສ່ກໍ່ສ້າງຖັນແຖວວິຊາການສື່ ເພື່ອສືບທອດປ່ຽນແທນຢ່າງມີແຜນການ, ໃນນີ້ຕ້ອງມີການຄົ້ນຄວ້າ, ຄາດກະວາງເປົ້າໝາຍສ້າງ ໂດຍມີການຕິດຕາມ, ກວດກາ, ຊຸກຍູ້-ທົດສອບວຽກງານຕົວຈິງ ຖ້າມີເປົ້າໝາຍແລ້ວ ຕ້ອງມີແຜນການນຳສະເໜີຂັ້ນເທິງ ເພື່ອສົ່ງໄປບຳລຸງ-ກໍ່ສ້າງ ຈິ່ງຈະມີພະນັກງານສືບທອດທີ່ມີຫຼັກໝັ້ນ, ມີຄຸນສົມບັດ, ມີຄວາມຮູ້-ມີຄວາມສາມາດ ສົມຄູ່ກັບວຽກງານຕົວຈິງ.

ດັ່ງນັ້ນ, ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ຈົ່ງພ້ອມກັນຄົ້ນຄວ້າໝູນໃຊ້ເຂົ້າໃນການດຳເນີນວຽກງານສື່ຢູ່ກົມກອງຂອງຕົນ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ນຳເອົາທິດສະດີ, ຫຼັກການ ສົມທົບກັບສະພາບຄວາມເປັນຈິງຂອງກົມກອງ, ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ເຮັດໃຫ້ກົມກອງມີການຫັນປ່ຽນຢ່າງຕັ້ງໜ້າ, ມີອັນໃໝ່ໆເກີດຂຶ້ນຢ່າງຈະແຈ້ງ, ຍູ້ແຮງຂະບວນການຕ່າງໆ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງ