ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ຢູ່ກອງບັນຊາການທະຫານຊາຍແດນ

ວັນທີ 30 ພຶດສະພາ 2025 ກອງບັນຊາການທະຫານຊາຍແດນໄດ້ຈັດກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກໍາມະການຄະນະປະຈໍາພັກກົມໃຫຍ່, ປະທານກວດກາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ, ມີບັນດາສະຫາຍໜ່ວຍງານຈາກກະຊວງປ້ອງກັນປະເທດ, ຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານຫຼັກແຫຼ່ງຢູ່ໃນທົ່ວກອງບັນຊາການທະຫານຊາຍແດນເຂົ້າຮ່ວມ.

ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີມາກ-ເລນິນ, ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈົ່ງເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ, ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ສໍາເລັດຕາມຄາດໝາຍ.

ຂ່າວ-ພາບ: ໄພນາລິນ.