ກອງບັນຊາການທະຫານຊາຍແດນ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ




ວັນທີ 4 ມິຖຸນາ 2025 , ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 66 ປີ ( 18 ພຶດສະພາ 1959- 18 ພຶດສະພາ 2025 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24 ພຶດສະພາ 1960- 24 ພຶດສະພາ 2025 ) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ, ອົງການ 6 ຫ້ອງ, ພະແນກການ,ແຂກຖືກເຊີນ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງບັນຊາການທະຫານຊາຍແດນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກໍາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາ ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມື; ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ກຳລັງປະຕິວັດ ກໍຄືກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ຍ້ອນການນໍາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ, ຍ້ອນນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນ ມິດສະຫາຍຮ່ວມຕາຍນໍາກັນ, ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າ ມີ ຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນໍາພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງປອດໄພ.
ສະຫາຍ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນຍັງໃຫ້ຮູ້ຕື່ມອີກວ່າ: ການປາຖະກະຖາໃນຄັ້ງນີ້ເພື່ອໂຄສະນາສຶກສາອົບຮົມໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງບັນຊາການທະຫານຊາຍແດນມີຄວາມຮັບຮູ້, ມີຄວາມເຂົ້າໃຈມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ແລະ ເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດ ທີ່ມີຄວາມອົງອາດກ້າຫານ, ມີນໍ້າໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ ບໍ່ຍອມຈຳນົນ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດ.
ຈາກນັ້ນ, ໃນພິທີຍັງໄດ້ຈັດຕັ້ງປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວໃຫ້ແກ່ພະນັກງານຜູ້ທີ່ມີຜົນງານເດັ່ນຈຳນວນ 5 ສະຫາຍຢ່າງສົມກຽດ.