ໂຮງພິມກອງທັບຈັດພິທີປູກຕົ້ນໄມ້ຢູ່ໂຮງພິມກອງທັບຫຼັງໃໝ່





ວັນທີ 30 ພຶດສະພາ 2025, ທີ່ໂຮງພິມກອງທັບ ຫຼັງໃໝ່ ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຫົວໜ້າຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບ, ອຳນວຍການໂຮງພິມກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວໂຮງພິມກອງທັບເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສີລິວົງ ໄດ້ມີຄຳເຫັນຕໍ່ພິທີວ່າ: ເພື່ອເປັນການປົກປັກຮັກສາ ຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ອຸດົມສົມບູນ, ຂຽວງາມ, ນໍາໃຊ້ໄດ້ຍາວນານ, ທັງເປັນການສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸມຊື່ນ, ອຸດົມສົມບູນ, ສວຍສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ, ພ້ອມກັນນັ້ນ ກໍເປັນການປູກຈິດສໍານຶກໃຫ້ນາຍ ແລະ ພົນທະຫານ ເຫັນໄດ້ຄວາມສໍາຄັນ, ພ້ອມກັນຖະນຸຖະໜອມສິ່ງແວດລ້ອມ ຮັກສາໄດ້ລະບົບນິເວດວິທະຍາໃຫ້ມີຄວາມສົມດຸນ ໂດຍເນັ້ນໃສ່ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ
ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ ຕົ້ນໄມ້ປະດັບ 40 ຕົ້ນ, ຕົ້ນໄມ້ກິນໝາກ 50 ແລະ ຕົ້ນໄມ້ອຸດສາຫະກຳ 7 ຕົ້ນ .
ຂ່າວ-ພາບ:ລິຕ້າ.