ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທາບທາມບຸກຄະລາກອນຜູ້ອອກສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ຄະນະພັກອົງການກົມ 213.

ວັນທີ 3 ມິຖຸນາ 2025, ກົມ 213 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກຳມະການຄະນະປະຈຳພັກກົມໃຫຍ່, ປະທານກວດກາກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກອົງການກົມ 213, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມ 213 ເຂົ້າຮ່ວມ.

ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ວ່າ: ຕ້ອງຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ປະຕິບັດຕາມວັດຖຸປະສົງ ແລະ ອຸດົມການ ຂອງພັກ ຢ່າງສຸດກົກສຸດປາຍ, ກຽມພ້ອມຮັບເອົາທຸກໜ້າທີ່ວຽກງານ, ບໍ່ເລືອກວຽກເລືອກງານທີ່ການຈັດຕັ້ງ, ໝູ່ຄະນະມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ບໍ່ລັງເລທໍ້ຖອຍຕໍ່ຄວາມຫຍຸ້ງຍາກໃດໆ, ມີນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ສຸມສະຕິປັນຍາ, ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ດຳລົງຊີວິດດ້ວຍຄວາມບໍລິສຸດສັດຊື່, ປອດໃສ, ດຸໝັ່ນ, ອົດທົນ, ປະຢັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ບໍ່ມີແນວຄິດ ແລະ ການກະທຳແບ່ງແຍກຄວາມສາມັກຄີ, ແນວຄິດແບ່ງພັກແຍກພວກ, ຈຸ້ມເຈື້ອເຊື້ອສາຍ ແລະ ກຸ່ມກ້ອນ, ມີຄວາມຮູ້ພື້ນຖານກ່ຽວກັບລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມີລະດັບວິຊາສະເພາະໃດໜຶ່ງ, ມີຄວາມຮູ້ດ້ານກົດໝາຍ ສົມຄູ່ກັບໜ້າທີ່ການເມືອງ, ມີຄວາມຮູ້ພາສາຕ່າງປະເທດ, ສາມາດນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ແລະ ການສື່ສານທີ່ຈຳເປັນ, ທັງສາມາດຄົ້ນຄວ້າ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ກົດໝາຍ ນາຍທະຫານ, ກົດໝາຍ ປ້ອງກັນຊາດ, ຕ້ອງຢຶດໝັ້ນ ແລະ ປະຕິບັດຖືກຕ້ອງແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູ່ຄະນະ, ມີຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ມີແບບແຜນນຳພາຕິດພັນກັບຮາກຖານ, ແທດເຖີງຕົວຈິງ ແລະ ມີສຸຂະພາບແຂງແຮງດີ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນຊີ້ນຳໃຫ້ບັນດາຜູ້ແທນກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາບຸກຄະລາກອນຮັບສະໝັກເຂົ້າເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ດ້ວຍຄວາມເປັນເຈົ້າຕົນເອງ, ມີທັດສະນະຈຸດຢືນທີ່ແນ່ນອນໃນການເບິ່ງບັນຫາ, ມີວິໄສທັດຢ່າງສັດຈະວິພາກ, ບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ, ຂອງກອງທັບ, ຫຼີກເວັ້ນເອົາໃຈຕົນເອງ, ອະຄະຕິ, ຈຸ້ມເຈື້ອ, ກຸ່ມກ້ອນ, ຖ້ອງຖິ່ນ ແລະ ອື່ນໆ ເພື່ອພ້ອມກັນຄັດເລືອກເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຂົ້າມານຳພາ-ຊີ້ນໍາກອງທັບ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເຂົ້າເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ສໍາເລັດຕາມຄາດໝາຍ.

ໂດຍ: ຄຳໄຕ ຈັນນະຄອນ.