ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ

ວັນທີ 05 ມິຖຸນາ 2025, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່າຮັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກອງທັບ, ມີທ່ານ ບົວເງິນ ຊາພູວົງ ສີລະປິນແຫ່ງຊາດ ປະທານສະມາຄົມສິລະປິນລາວ, ມີຄະນະຫ້ອງການສະຫະພັນແມ່ຍິງກອງທັບ ແລະ ບັນດາອະນຸກຳມະການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນວາລະກອງປະຊຸມ, ບັນດາສະຫາຍອະນຸກຳມະການແຕ່ງບົດເພງໄດ້ນຳສະເໜີບົດເພງ ສະແດງໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ແລະ ຄວາມມ່ວນຊື່ນ ເພື່ອສ່ອງແສງເຖິງນໍ້າໃຈຟົດຟື້ນປະຕິວັດ ແລະ ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົນ, ຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງກອງທັບ ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຕະຫຼອດໄລຍະຜ່ານມາ. ຈາກນັ້ນໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ບົດເພງມີເນື້ອໃນຄົບຖ້ວນ ແລະ ອຸດົມສົມບູນໆຍິ່ງຂື້ນ, ສຳລັບບົດເພງທີ່ນຳສະເໜີໃນຄັ້ງນີ້ ມີທັງໝົດ 17 ບົດເພງ.

ຈຸດປະສົງໃນການແຕ່ງເພງຄັ້ງນີ້ ເພື່ອເປັນການສ້າງບັນຍາກາດ ປູກຈິດສໍານຶກໃຫ້ສະມາຊິກ ສະຫະພັນແມ່ຍິງທົ່ວກອງທັບ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເສີມຂະຫຍາຍແນວຄິດຮັກຊາດ, ຮັກການປະຕິວັດ, ຮັບຮູ້ເຖິງບົດບາດອັນສໍາຄັນຂອງແມ່ຍິງລາວ ບັນດາເຜົ່າ, ຮູ້ປົກປັກຮັກສາ ແລະ ສືບທອດຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວມູນເຊື້ອປະຕິວັດ ແລະ ວັດທະນະທຳອັນດີງາມຂອງຊາດ ໃຫ້ຍືນຍົງຕະຫຼອດໄປ.

ໂດຍ: ຄຳອ້າຍ ທອງວັນ