ຫ້ອງວ່າການກະຊວງປ້ອງກັນປະເທດ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ I





ວັນທີ 3 ມິຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ l, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ລັດວິສາຫະກິດ ແລະ ສະມາຊິກພັກຫຼັກແຫຼ່ງທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີ ມາກ-ເລນິນ, ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາເຫັນຊີ້ທິດເຍືອງທາງ ຕໍ່ກອງປະຊຸມໂດຍໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ l ໃຫ້ໄດ້ຕາມຄາດໝາຍ, ຄັດເລືອກໃຫ້ໄດ້ບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳພາກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນສະຮັບໝັກເຂົ້າເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ l ສໍາເລັດຕາມຄາດໝາຍ.