ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V






ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2025, ໄດ້ປິດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 2 ກໍລະກົດ 2025, ພາຍຫຼັງທີໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.
ພາຍຫຼັງທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈຳ 6 ເດືອນ ທ້າຍປີ 2025 ເເລ້ວ, ໃນກອງປະຊຸມ ບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ບັນດາໜ້າວຽກຕ່າງໆທີ່ຍັງຄົງຄ້າງຢ່າງກົງໄປກົງມາ ເພື່ອຫາວິທີທາງແກ້ໄຂໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວປິດກອງປະຊຸມ ພ້ອມທັງມີຄຳເຫັນໂອ້ລົມເນັ້ນໜັກຫຼາຍບັນຫາຕໍ່ຄະນະບໍລິຫານງານພັກເເຕ່ລະສະຫາຍ, ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການປະກອບຄຳຄິດເຫັນຢ່າງກົງໄປກົງມາຂອງເເຕ່ລະພາກສ່ວນ ທັງດ້ານດີ, ຂໍ້ຄົງຄ້າງ ເເລະ ທິດທາງໃນຕໍ່ໜ້າ ໃນນີ້ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເເຕ່ລະຂັ້ນເປັນບັນຫາສໍາຄັນ ໂດຍຖືເອົາການຈັດຕັ້ງດໍາເນີນຊີວິດການເມືອງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈໍາແນກມິດ-ສັດຕູຢ່າງຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ, ເລ່ຫຼ່ຽມ ຂອງຄົນບໍ່ຫວັງດີ ໄດ້ຢ່າງມີປະສິດທິຜົນສູງ; ເອົາໃຈໃສ່ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ສຸມໃສ່ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢ່າງແຂງແຮງ ໂດຍການຫັນເອົາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ເຮັດວຽກງານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາເປັນກ້າວໆ, ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ; ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ມີຄວາມສາມັກຄີຮອບດ້ານ; ເອົາໃຈໃສ່ກໍ່ສ້າງພັກທັງ 4 ດ້ານ ໂດຍຖືເອົາຄຸນະພາບເປັນກົກ; ກໍ່ສ້າງພະນັກງານ 3 ຮຸ່ນ ໂດຍອີງໃສ່ຄວາມຮູ້ຄວາມສາມາດຕົວຈິງ, ຕິດພັນກັບຂະບວນການກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການອື່ນໆ, ນອກຈາກນີ້, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຕ້ອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຕໍ່ໜ້າທີ່ປັບປຸງກໍ່ສ້າງກໍາລັງ, ໜ້າທີ່ຮັບປະກັນພະລາທິການ-ເຕັກນິກ, ໜ້າທີ່ຮັບປະກັນວັດຖຸພາຫະນະເຕັກນິກ, ອາວຸດກະສູນ ແລະ ໜ້າວຽກອື່ນໆໃຫ້ເເຂງເເຮງຂຶ້ນ, ສຸມໃສ່ປະຕິບັດຄາດໝາຍເເຜນການທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ສຳເລັດຕາມເເຜນການທີ່ວາງໄວ້.
ຂ່າວ – ພາບ: ສຸກສາຄອນ.