ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ແມ່ຍິງລາວ ຮັກສາໄດ້ມູນເຊື້ອອັນດີງາມຂອງຕົນ ບໍ່ວ່າຈະຢູ່ໃນຍາມສົງຄາມ ກໍຄືຍາມສັນຕິພາບກໍຢືນຄຽງບ່າຄຽງໄຫຼ່ກັບເພດຊາຍຕະຫຼອດມາ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20/7/1955 – 20/7/2025 ), ສະຫາຍ ພັນໂທ ນາງ ອຳມະລາ ຄຳບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ສະແດງຄວາມຮູ້ສຶກ ແລະ ໃຫ້ທັດສະນະຕໍ່ວັນດັ່ງກ່າວວ່າ: ສະຫະພັນແມ່ຍິງລາວ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ພັກປະຊາຊົນປະຕິວັດລາວ ກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ, ໃນເມື່ອກ່ອນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າພວກເຮົາໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເວົ້າສະເພາະເອື້ອຍນ້ອງແມ່ຍິງກະຊວງປ້ອງກັນປະເທດ ກໍແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນໃນການເຮັດໜ້າທີ່ປະຈັນບານ ແລະ ຢູ່ແນວຫຼັງ ຂອງບັນດາການນໍາ, ນັກຮົບປະຕິວັດ, ປະຊາຊົນລາວບັນດາເຜົ່າຄ່ຽງບ່າຄຽງໄຫຼ່ກັບເພດຊາຍຕໍ່ສູ້ຜ່ານຜ່າລູກປືນ, ລູກລະເບີດຂອງພວກຈັກກະພັດ ໃນສະໜາມຮົບຢ່າງພິລະອາດຫານ, ທັງຕໍ່ສູ້ ແລະ ທັງເພີ່ມພູນຜະລິດຜົນ ຈົນຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສະຫງ່າຜ່າເຜີຍ.

ສະຫາຍ ພັນໂທ ນາງ ອຳມະລາ ຄຳບຸນເຮືອງ ໃຫ້ຮູ້ຕື່ມອີກວ່າ: ໃນປັດຈຸບັນແມ່ຍິງມີບົດບາດສຳຄັນໃນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີຫົວຄິດປະດິດສ້າງໃນການປະກອບສ່ວນຊຸກຍູ້ເຂົ້າໃນການພັດທະນາປະເທດຊາດ; ແມ່ຍິງເປັນເພດທີ່ມີຄວາມອ່ອນໂຍນ ແລະ ມີຄວາມເຂັ້ມແຂງໃນເວລາດຽວກັນ, ໃນການເຮັດວຽກມັກຈະມີຄວາມລະອຽດຮອບຄອບ ແລະ ໃນເມື່ອເຖິງຍາມສຳຄັນ ກໍມີຄວາມກ້າຫານໃນການຕັດສິນໃຈ, ມີຄວາມໜັກແໜ້ນ ແລະ ມີຄວາມຫ້າວຫັນ, ມີຄວາມມານະອົດທົນສູງໃນການປະຕິບັດໜ້າທີ່ວຽກງານ, ສະແດງອອກຜ່ານມາມີແມ່ຍິງໄດ້ຮັບການຍົກຍ້ອງ ເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນັກຮົບປະຕິວັດ ແລະ ໄດ້ເປັນບຸກຄົນດີເດັ່ນຮັບຫຼຽນກາ ຫຼຽນໄຊ, ຫຼາຍຮ້ອຍຄົນ, ອັນພົ້ນເດັ່ນແມ່ນ ແມ່ຍິງໄດ້ຮັບການແຕ່ງຕັ້ງເປັນຮອງປະທານປະເທດ, ເປັນປະທານສະພາແຫ່ງຊາດ, ເປັນກຳມະການກົມການເມືອງສູນກາງພັກ, ເປັນລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຫຼາຍໆຕຳແໜ່ງງານ, ເວົ້າສະເພາະໃນຖັນແຖວກຳລັງປ້ອງກັນຊາດ, ແມ່ຍິງໄດ້ຮັບການເລື່ອນຊັ້ນພັນເອກຂຶ້ນຊັ້ນພົນຈັດຕະວາ ພ້ອມກັນຈໍານວນ 3 ສະຫາຍ ເຊິ່ງເປັນແມ່ຍິງລຸ້ນທຳອິດທີ່ໄດ້ຮັບການປະດັບຊັ້ນນາຍພົນ, ຕໍ່ມາກະຊວງປ້ອງກັນຄວາມສະຫງົບກໍໄດ້ປະກາດການ ແຕ່ງຕັ້ງ ເອົາແມ່ຍິງ ເປັນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມທັງປະດັບຊັ້ນຈາກພັນເອກ ຂຶ້ນເປັນຊັ້ນ ພົນຈັດຕະວາ ຢ່າງສົມກຽດ, ເຊິ່ງເປັນເພດຍິງທີ່ໄດ້ຮັບຊັ້ນນາຍພົນຄົນທຳອິດຂອງກະຊວງປ້ອງກັນຄວາມສະຫງົບ.

ເນື່ອງໃນວັນທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ພັນໂທ ນາງ ອຳມະລາ ຄຳບຸນເຮືອງ ໄດ້ຕາງໜ້າເອື້ອຍນ້ອງແມ່ຍິງພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພາ – ຊີ້ນຳອັນສະຫຼາດສ່ອງໃສຂອງພັກ ຊຶ່ງຍາມໃດກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ, ຂໍສະແດງຄວາມເອກອ້າງທະນົງໃຈຕໍ່ການນຳເພດຍິງຮຸ້ນກໍ່ຕັ້ງ ແລະ ຮຸ້ນອາວຸດໂສທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຕັ້ງ ແລະ ເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວ ຈົນເຕີບໃຫຍ່ຂະຫຍາຍຕົວຄືດັ່ງປັດຈຸບັນນີ້, ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳສູນກາງສະຫະພັນແມ່ຍິງລາວ, ຫ້ອງການສະຫະພັນແມ່ຍິງກອງທັບ ຕະຫຼອດຮອດ ເອື້ອຍນ້ອງແມ່ຍິງທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ, ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສີວິໄລເປັນກ້າວໆ.

ໂດຍ ນົກ ບຸນມາເລີດ.