ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສສຊ ສະເໜີໃນກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໃນການກໍານົດໂຄງລ່າງພື້ນຖານຂໍ້ມູນສໍາຄັນຂອງຊາດໃຫ້ເປັນບູລິມະສິດ.

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາເເຫ່ງຊາດ,

ທ່ານ ນາງ ບົວໄຂ ເພັງສະຈັນ ສສຊ ເຂດ 13 ສະຫວັນນະເຂດ ໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ໃນນີ້ ທ່ານໄດ້ມີຄໍາເຫັນສະເໜີໃນບາງຈຸດຂອງກົດໝາຍວ່າ: ໃນມາດຕາທີ 3 ສະເໜີໃຫ້ອະທິບາຍຄໍາສັບໂລກໄຊເບີການເຈາະລະບົບ ການໂຈລະກໍາຂໍ້ມູນ ລະດັບຊັ້ນຄວາມລັບ ຜູ້ສະໜອງ ແລະ ຜູ້ໃຫ້ບໍລິການພາຍນອກ, ໜ່ວຍງານໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດເພີ່ມຕື່ມ ແລະ ໃນຂໍ້ທີ 14 ຂອງມາດຕາ 3 ສະເໜີຕັດຄໍາວ່າຂ່າວສານອອກຈາກຂໍ້ມູນເພາະຄໍາວ່າ ດາຕ້າເບສ ໃນພາສາອັງກິດແປເປັນພາສາລາວວ່າ: ຖານຂໍ້ມູນ ເຫັນວ່າຄົບຖ້ວນ ແລະ ສົມບູນແລ້ວ; ໃນມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄວາມປອດໄພໄຊເບີ ໃນວັກທີສອງ, ສາມ ແລະ ສີ່ ສະເໜີໃຫ້ຮ່ວມເຂົ້າກັນ ແລະ ປັບປຸງເປັນສອງວັກດັ່ງນີ້: ລັດຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈພັດທະນາບຸກຄະລາກອນສະໜອງງົບປະມານ ນໍາໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານຄວາມປອດໄພທາງໄຊເບີ; ລັດຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດໃຫ້ມີສ່ວນຮ່ວມໃນການຮັກສາຄວາມປອດໄພທາງໄຊເບີ ເພື່ອບໍ່ໃຫ້ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດຖືກທໍາລາຍ ຫຼື ສູນຫາຍ; ມາດຕາ 14 ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ ສະເໜີປັບປຸງວັກທີໜຶ່ງ ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດແມ່ນລະບົບຈຸດເຄືອຂ່າຍຊຶ່ງເປັນຊັບສິນທີ່ມີຄວາມສໍາຄັນຕໍ່ຄວາມໝັ້ນຄົງຂອງຊາດທາງດ້ານປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ ແລະ ການຕ່າງປະເທດຖ້າໂຄງລ່າງພື້ນຖານດັ່ງກ່າວຖືກທໍາລາຍ ຫຼື ຢຸດສະງັກ ຈະສົ່ງຜົນຮ້າຍແຮງຕໍ່ປະເທດຊາດ.

ນອກນີ້ ທ່ານ ນາງ ບົວໄຂ ເພັງພະຈັນ ຍັງໄດ້ສະເໜີຕໍ່ກອງປະຊຸມຕື່ມອີກວ່າ: ໃຫ້ມີການເເກ້ໄຂກ່ຽວກັບໜ່ວຍງານການຮັບຜິດຊອບຄວາມປອດໄພທາງໄຊເບີ ເຊິ່ງເຫັນໄດ້ວ່າຍັງບໍ່ມີການກຳນົດໃນມາດຕາໃດ ສະນັ້ນຈື່ງຈະເໜີໃຫ້ມີການກໍານົດໜ່ວຍງານການຮັບຜິດຊອບຄວາມປອດໄພໄຊເບີ ໂດຍໃຫ້ກຳນົດສິດ, ໜ້າທີ່ການຮັບຜິດຊອບ ເເລະ ຂໍ້ຫ້າມໃນການຮັກສາຄວາມປອດໄພຢ່າງຈະເເຈ້ງ, ພ້ອມທັງ ສະເໜີໃນມາດຕາ 49: ປະເພດທຸລະກິດກ່ຽວກັບຄວາມປອດໄພໄຊເບີ ສະເໜີໃຫ້ເພີ່ມອີກ 3 ປະເພດຄື: ປະເພດການບໍລິການຟາກເວັບໄຊ້, ປະເພດການໃຫ້ບໍລິການສໍາລະເງິນຟາກເເບບດິຈິຕອນ ເເລະ ປະເພດການບໍລິການຄົມມະນາຄົມຕື່ມອີກ.

ໂດຍ: ສຸກສາຄອນ-ໄພນາລີນ.