ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2025, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈຳ 6 ເດືອນທ້າຍປີ 2025, ຜ່ານມາໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ແຕ່ເຖິງຢ່າງໃດກໍຕາມບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ບັນດາໜ້າທີ່ຕ່າງໆ ຂອງກະຊວງປ້ອງກັນປະເທດຢ່າງມີຜົນສໍາເລັດ ເປັນຕົ້ນແມ່ນ: ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ໄດ້ສຸມໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ໂດຍການຫັນເອົາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ເຮັດວຽກງານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການພັດທະນາເປັນກ້າວໆ. ເປັນຕົ້ນ 3 ກຸ່ມບ້ານຂອງແຂວງ ໄຊສົມບູນ, ຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ, ຈຸດສຸມລາວຮຸ່ງ-ພຽງສາ-ມອງນໍ້າ ເມືອງຊຽງຄໍ້ ແຂວງຫົວພັນ, ມົກສະລະ ເມືອງຮຸນ ແຂວງອຸດົມໄຊ ແລະ ຈຸດສຸມຈຽງຕຸບ, ເມືອງເຊໂປນ, ແຂວງສະຫວັນນະເຂດ ແລະ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບັນດາກອງປະຕິບັດງານ, ຮ່າງແຜນການລົງເກັບກຳຂໍ້ມູນສ້າງຕັ້ງຈຸດສຸມ ຢູ່ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ, ແຂວງໄຊຍະບູລີ, ຄັດເລືອກເອົາພະນັກງານໄປຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໄລຍະສັ້ນ ຢູ່ ສສ ຫວຽດນາມ ສົກປີ 2025-2026 ແລະ ໄດ້ຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນການເຄື່ອນໄຫວຂອງຄົນບໍ່ດີ, ຕິດຕາມແກ້ໄຂສະພາບຄວາມບໍ່ສະຫງົບ ຢູ່ທິດເມືອງຄອບ, ແຂວງໄຊຍະບູລີ ແລະ ເມືອງປາກທາ, ແຂວງບໍ່ແກ້ວ. ພ້ອມທັງຊີ້ນໍາວຽກງານການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, 5 ແຂວງເຂດໃຈກາງ ແລະ 4 ແຂວງພາກໃຕ້, ຊີ້ນໍາກໍາລັງທະຫານຊາຍແດນໃນທົ່ວປະເທດຕິດຕາມ, ກຳແໜ້ນສະພາບການ, ການເຄື່ອນໄຫວຂອງສັດຕູ ແລະ ຄົນບໍ່ດີ ຢູ່ຕາມບໍລິເວນຊາຍແດນແຫ່ງຊາດ, ປັບປຸງແຜນການເຄື່ອນໄຫວລົງເກັບກຳຂໍ້ມູນ 4 ເຂດສະໜາມຮົບ ທົ່ວປະເທດ, ລົງກວດກາວຽກງານກຽມພ້ອມສູ້ຮົບ ແລະ ຮ່າງແຜນການຮັບໃຊ້ວຽກງານກຽມພ້ອມສູ້ຮົບ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ທົ່ວກອງທັບ ກ່ຽວກັບການຍົກສູງສະຕິລະວັງຕົວ ໃນການກຽມພ້ອມສູ້ຮົບ; ຈັດຕັ້ງລະບົບປະຈຳການຄົບຊຸດ; ຕິດຕາມກຳສະພາບການ ຢູ່ໃນຂອບເຂດຕົນຮັບຜິດຊອບຢ່າງໃກ້ຊິດ ແລະ ເຂັ້ມງວດຕະຫຼອດ 24 ຊົ່ວໂມງ ແລະ ໄດ້ປັບປຸງຄວາມຕັດສິນໃຈຍຸດທະສາດປ້ອງກັນ ສປປ ລາວ, ຄວາມຕັດສິນໃຈຍຸດທະສາດ 4 ເຂດສະໜາມຮົບ (ພາກເໜືອ, ເຂດໃຈກາງ, ພາກກາງ ແລະ ເຂດພາກໃຕ້) ແລະ ແຜນການກໍ2, ຕິດຕາມ ບັນດາ ໂຄງການກໍ່ສ້າງເຂດແນວຫຼັງຍຸດທະສາດ ແລະ ຕິດຕາມເຂດຈຸດສຸມຕ່າງໆຢ່າງຕໍ່ເນື່ອງ, ໄດ້ຊີ້ນໍາກໍາລັງປ້ອງກັນເວນຍາມ ໂດຍສົມທົບອົງການກ່ຽວຂ້ອງຈັດຕັ້ງກໍາລັງປ້ອງກັນການນໍາພັກ-ລັດ, ແຂກພາຍໃນ-ຕ່າງປະເທດ, ສຳນັກງານອົງການ, ຄ້າຍ, ສາງ, ສະໜາມບິນ, ເສັ້ນທາງ, ເສັ້ນທາງ ລົດໄຟ ລາວ-ຈີນ ແລະ ບັນດາໂຄງການກໍ່ສ້າງຂອງລັດຖະບານ, ໃນນີ້ ໄດ້ຈັດວາງກໍາລັງປ້ອງກັນຫັນພາວະກຽມພ້ອມສູ້ຮົບ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໄດ້ຕິດຕາມການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ລັດເຊຍ ປະຈຳປີ 2024-2025 ຢູ່ເມືອງວຽງໄຊ, ແຂວງຫົວພັນ, ຊີ້ນໍາກໍາລັງຫຼວງ ແລະກໍາລັງທ້ອງຖິ່ນ ຕິດຕາມກຳແໜ້ນການປ່ຽນແປງດິນຟ້າອາກາດ, ກຽມພ້ອມກອບກູ້ ແລະ ແກ້ໄຂໄພພິບັດທີ່ເກີດຂຶ້ນ, ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນ ບົດຮຽນການຝຶກຊ້ອມກອບກູ້ໄພພິບັດ ປະຈໍາປີ 2024 ແລະ ກະກຽມຝຶກຊ້ອມກອບກູ້ໄພພິບັດທາງທຳມະຊາດ ລະຫວ່າງ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປະຈໍາປີ 2025. ໄດ້ສໍາເລັດການອົບຮົມ-ຫັດແອບເປົ້າໝາຍ 03 ຊຸດທີ 2 ແຂວງອຸດົມໄຊ ແລະ ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມ 13 ບ້ານ, ເມືອງຈຳພອນ, ແຂວງສະຫວັນນະເຂດ. ຈັດຕັ້ງເປີດຊຸດອົບຮົມ-ຫັດແອບເປົ້າໝາຍ 04 ຢູ່ແຂວງສະຫວັນນະເຂດ ແລະ ຄົ້ນຄວ້າ-ປັບປຸງນິຕິກຳກ່ຽວກັບວຽກງານອົບຮົມ ແລະ ວຽກງານກໍ່ສ້າງທ່າສະໜາມ ແລະ ຊີ້ນໍາຕິດຕາມການກໍ່ສ້າງຕິດຕັ້ງ ແລະ ການຝຶກອົບຮົມຊຸດອຸປະກອນເຕັກນິກການ ຮັບ-ສົ່ງ ສັນຍານດາວທຽມ ສະຖານີດາວທຽມລະບົບ GNSS ທັງໝົດ 25 ຈຸດ ໃນຂອບເຂດທົ່ວປະເທດ, ໄດ້ຕ້ອນຮັບຄະນະຜູ້ແທນກົມແຜນທີ່ ສປ ຈີນ ທີ່ເດີນທາງມາມອບ-ຮັບ ແລະ ເປີດນໍາໃຊ້ສະຖານີວັດແທກໃນໂຄງການ 78016. ນອກຈາກນີ້, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຕໍ່ໜ້າທີ່ປັບປຸງກໍ່ສ້າງກໍາລັງ, ໜ້າທີ່ຮັບປະກັນພະລາທິການ-ເຕັກນິກ, ໜ້າທີ່ຮັບປະກັນວັດຖຸພາຫະນະເຕັກນິກ, ອາວຸດກະສູນ ແລະ ໜ້າວຽກອື່ນໆອີກມີຜົນສຳເລັດ.

ຈາກນັ້ນ, ໃນວາລະກອງປະຊຸມ ບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ບັນດາໜ້າວຽກຕ່າງໆທີ່ຍັງຄົງຄ້າງຢາງກົງໄປກົງມາ ເພື່ອຫາວິທີທາງແກ້ໄຂໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.