ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ 2024 ຜ່ານມາ ໄດ້ເນັ້ນໃສ່ 4 ບຸລິມະສິດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ ບາງກອກ, ປະເທດໄທ, ໂດຍການລົງນາມໃນຖະແຫຼງການອາຊຽນ (ຖະແຫຼງການບາງກອກ) ໂດຍ ຜູ້ກໍ່ຕັ້ງຂອງ ອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສປປ ລາວ ຂອງພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 28 ກໍລະກົດ 1995, ສະມາຄົມປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ (ASSOCIATION OF SOUTHEAST ASIAN NATIONS ຫຼື ASEAN) ເປັນອົງການຮ່ວມມື ລະຫວ່າງ ປະເທດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີຈໍານວນສະມາຊິກ ທັງໝົດ 10 ປະເທດຄື: ສປປ ລາວ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫົວໜ້າໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ສປປ ລາວ ໃນຖານະເປັນປະເທດສະມາຊິກອາຊຽນ ໄດ້ປະຕິບັດສິດ ແລະ ພັນທະ ໃນການເປັນປະທານອາຊຽນ. ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນທັງໝົດ 3 ຄັ້ງ, 2004, 2016 ແລະ 2024. ໃນການເປັນປະທານອາຊຽນໃນປີ 2024 ທີ່ຜ່າມາ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທັງເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ ແລະ ກິດຈະກຳປິ່ນອ້ອມ ລວມທັງໝົດ 31 ກອງປະຊຸມ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 2,902 ທ່ານ. ໃນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ຫຼື “ASEAN: ENHANCING CONNECTIVITY AND RESILIENCE” ແລະ ສໍາລັບກະຊວງປ້ອງກັນປະເທດຂອງພວກເຮົາກໍໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມ ADMM, ADMM-PLUS ແລະ ກອງປະຊຸມປິ່ນອ້ອມອື່ນໆ ພາຍໃຕ້ຄໍາຂວັນ “ຮ່ວມກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງອາຊຽນ” ຫຼື ASEAN: TOGETHER FOR PEACE, SECURITY AND RESILIENCE. ການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ 2024 ຜ່ານມາ ໄດ້ເນັ້ນໃສ່ 4 ບຸລິມະສິດ ຄື: 1. ຄວາມສາມັກຄີ (UNITY); 2. ຄວາມເຂັ້ມແຂງ (RESILIENCE); 3. ຄວາມເປັນແກນກາງຂອງອາຊຽນ (ASEAN CENTRALITY); 4. ສັນຕິພາບ ແລະ ຄວາມໝັ້ນຄົງ (PEACE AND SECURITY).

ສິ່ງທີ່ພົ້ນເດັ່ນ ໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວໃນປີຜ່ານມາ ສາມາດຮັບຮອງເອົາເອກະສານທີ່ສໍາຄັນຄື: 1. ຖະແຫຼງການຮ່ວມວຽງຈັນຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”; 2. ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍການສ້າງຄວາມເຂັ້ມແຂງ ໃນການຮັບມືກັບໄພພິບັດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ, ລວມທັງ ການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ; 3. ຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ວ່າດ້ວຍ ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ; 4. ຖະແຫຼງການຮ່ວມຂອງ ລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສໍາເລັດຂອງກອງປະຊຸມ ADMM ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025; 5. ລະບຽບຫຼັກການເພີ່ມເຕີມ ວ່າດ້ວຍການເຂົ້າຮ່ວມສັງເກດການຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ADMM-PLUS.

ສໍາລັບການຮ່ວມມືດ້ານວຽກງານປ້ອງກັນຊາດອາຊຽນ ຍັງໄດ້ຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ໜຶ່ງໃນກົນໄກການຮ່ວມມືທີ່ສໍາຄັນແມ່ນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ASEAN DEFENCE MINISTERS’ MEETING (ADMM)) ເຊິ່ງໄດ້ຈັດຂຶ້ນຄັ້ງທໍາອິດທີ່ ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ໃນວັນທີ 09 ພຶດສະພາ 2006 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ (ASEAN DEFENCE MINISTERS’ MEETING-PLUS (ADMM-PLUS) ຄັ້ງປະຖົມມະລຶກ ໄດ້ຈັດ ຂຶ້ນໃນວັນທີ 12 ຕຸລາ 2010 ທີ່ນະຄອນຫຼວງ ຮ່າໂນຍ, ສສ ຫວຽດນາມ.

ເຊິ່ງກອງປະຊຸມລັດຖະມົນຕີປ້ອງກັນປະເທດ (ADMM) ແມ່ນເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຊີ້ນໍາ-ນໍາພາເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ເຈລະຈາ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງຂອງ ອາຊຽນ. ຂົງເຂດການຮ່ວມມືຂອງກອງປະຊຸມ ADMM ຄື: 1. ຄວາມໝັ້ນຄົງທາງທະເລ; 2. ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົ່າທຸກໄພພິບັດ; 3. ຕ້ານການກໍ່ການຮ້າຍ; 4. ວຽກງານຮັກສາສັນຕິພາບ; 5. ການແພດທະຫານ; 6. ຄວາມໝັ້ນຄົງທາງໄຊເບີ້; 5. ການແພດທະຫານ; 6. ຄວາມໝັ້ນຄົງທາງໄຊເບີ້; 7. ການຄຸ້ມຄອງຊາຍແດນ; 8. ອຸດສາຫະກຳປ້ອງກັນຊາດ; 9. ການສຶກສາດ້ານປ້ອງກັນປະເທດ ແລະ 10. ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ.

ສ່ວນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-PLUS) ແມ່ນເພື່ອສ້າງຂີດຄວາມສາມາດ ໃນການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈລະຫວ່າງອົງການຈັດຕັ້ງປ້ອງກັນຊາດ, ເສີມຂະຫຍາຍການຮ່ວມມືເພື່ອສົ່ງເສີມ ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ປະກອບສ່ວນເຂົ້າໃນການສ້າງຕັ້ງປະຊາຄົມຄວາມໝັ້ນຄົງອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາຂອງພາກພື້ນ ແລະ ຂົງເຂດວຽກງານໃນຂອບ ກອງປະຊຸມ ADMM-ບວກ ປະກອບມີ:1. ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົ່າທຸກໄພພິບັດ; 2. ແພດທະຫານ; 3. ວຽກງານຮັກສາສັນຕິພາບ; 4. ການຕ້ານການກໍ່ການຮ້າຍ; 5. ຄວາມໝັ້ນຄົງທາງທະເລ; 6. ວຽກງານເກັບກູ້ລະເບີດເພື່ອມະນຸດສະທຳ; 7. ຄວາມໝັ້ນຄົງທາງໄຊເບີ້.

ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ໃຫ້ຮູ້ຕື່ມວ່າ: ອາຊຽນຮ່ວມມືກັນພາຍໃຕ້ຄໍາຂວັນ: “ໜຶ່ງວິໄສທັດ, ໜຶ່ງເອກະລັກ, ໜຶ່ງປະຊາຄົມ” ຫຼື ” ONE VISION, ONE IDENTITY, ONE COMMUNITY” ແລະ ອາຊຽນ ປະກອບດ້ວຍ 3 ເສົາຄໍ້າ: ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ເຊິ່ງເອກະສານດັ່ງກ່າວໄດ້ກຳນົດຫຼັກການພື້ນຖານຄື: ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດຂອງ ທຸກປະເທດສະມາຊິກອາຊຽນ, ບໍ່ແຊກແຊງເຂົ້າໃນກິດຈະການ ພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ; ມີພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນະຖາວອນຂອງພາກພື້ນ; ບໍ່ໃຊ້ການຮຸກຮານກັນ ແລະ ການຂົ່ມຂູ່ ຫຼື ການໃຊ້ກຳລັງ ຫຼື ການກະທຳທຸກຮູບແບບທີ່ບໍ່ສອດຄ່ອງກັບກົດໝາຍສາກົນ; ເຄົາລົບສິດຂອງແຕ່ລະປະເທດສະມາຊິກໃນການດໍາລົງຄົງຕົວ ໂດຍປາສະຈາກການແຊກແຊງ, ການໂຄ່ນລົ້ມ ແລະ ການບີບບັງຄັບຈາກພາຍນອກ; ຍຶດໝັ້ນຫຼັກການປົກຄອງດ້ວຍກົດໝາຍ, ການປົກຄອງທີ່ດີ, ຫຼັກການປະຊາທິປະໄຕ ແລະ ລັດຖະບານ ທີ່ຖືກຕ້ອງຕາມລັດຖະທຳມະນູນ; ເຄົາລົບເສລີພາບຂັ້ນພື້ນຖານ, ສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ຄວາມຍຸຕິທໍາ ໃນສັງຄົມ; ລະເວັ້ນຈາກການມີສ່ວນຮ່ວມໃນການດໍາເນີນນະໂຍບາຍ ຫຼື ກິດຈະກຳໃດໆ ລວມ ທັງການນໍາໃຊ້ເຂດແດນ ຂອງຕົນໂດຍປະເທດສະມາຊິກອາຊຽນ ຫຼື ປະເທດທີ່ບໍ່ແມ່ນສະມາຊິກອາຊຽນ ຫຼື ຜູ້ກະທຳທີ່ບໍ່ແມ່ນປະເທດ ໃດໜຶ່ງທີ່ເປັນໄພຂົ່ມຂູ່ຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫຼື ສະຖຽນລະພາບທາງດ້ານການເມືອງ ແລະ ເສດຖະກິດ ຂອງບັນດາປະເທດສະມາຊິກອາຊຽນ; ເຄົາລົບວັດທະນະທຳ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນຂອງປະຊາຊົນອາຊຽນ ຊຶ່ງໃນຂະນະດຽວກັນກໍເນັ້ນຄ່ານິຍົມຮ່ວມກັນບົນຈິດໃຈແຫ່ງຄວາມເປັນເອກະພາບທ່າມກາງຄວາມຫຼາກຫຼາຍໃນອາຊຽນ; ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນໃນການພົວພັນຮ່ວມມືກັບພາຍນອກ, ຮັກສາ ທັດສະນະແຫ່ງການມີສ່ວນຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງໜ້າ, ການເປີດກວ້າງ ແລະ ບໍ່ແບ່ງແຍກ.

ໂດຍ: ບິກໄຊ ສົມພູ