ກົມເສນາຮັກ ເປັນເຈົ້າການຍົກສູງບົດບາດ, ເປັນເສນາທິການຮັບປະກັນວຽກງານເສນາຮັກໃຫ້ແກ່ກອງທັບ ດ້ວຍຜົນສໍາເລັດອັນຈົບງາມ




ກົມເສນາຮັກແມ່ນຫົວໜ່ວຍການຈັດຕັ້ງ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ເປັນອົງການວິຊາສະເພາະສູງສຸດ ໃນການຮັບປະກັນເສນາຮັກໃຫ້ແກ່ກອງທັບ ພາຍໃຕ້ການຊີ້ນຳ-ບັນຊາໂດຍກົງຮອບດ້ານຂອງກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລິການກອງທັບ ແລະ ກະຊວງປ້ອງກັນປະເທດໃນການວາງແຜນຍຸດທະສາດ, ຊີ້ນຳ, ຄຸ້ມຄອງວຽກງານຮັບປະກັນເສນາຮັກໃນທົ່ວກອງທັບ ໃນຍາມສັນຕິພາບກໍຄືຍາມສູ້ຮົບ.
ສະຫາຍ ພັນເອກ ດຣ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ສຳພາດວ່າ: ໃນໄລຍະຜ່ານມາ ກົມເສນາຮັກ ຮັກສາໄດ້ ພາລະບົດບາດ ໃນການເປັນເສນາທິການ ໃຫ້ແກ່ກົມໃຫຍ່ພະລາທິການກອງທັບ, ໃຫ້ແກ່ກະຊວງປ້ອງກັນປະເທດ ໃນການວາງແຜນຍຸດທະສາດ, ໃນການຊີ້ນໍາ, ຄຸ້ມຄອງ ວຽກງານເສນາຮັກ ໃນທົ່ວກອງທັບໃນທຸກສະຖານະການ, ຮັບປະກັນອັດຕາສ່ວນແຂງແຮງ 95-98% ກໍາລັງສູ້ຮົບໃນທົ່ວກອງທັບ, ໂດຍຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບເປັນສິ່ງສໍາຄັນຕົ້ນຕໍ ໃນການຮັບປະກັນສຸຂະພາບ, ຮັບປະກັນອັດຕາສ່ວນແຂງແຮງ, ເຄື່ອນໄຫວໂຄສະນາສຶກສາ ອະນາໄມ 3 ສະອາດ, ຮັບປະກັນການກິນ, ການດື່ມ, ສະຖານທີ່ພັກເຊົ່າ, ສະຖານທີ່ຝຶກແອບ ຖືກຫຼັກອະນາໄມ, ຕິດຕາມເຝົ້າລະວັງພະຍາດລະບາດ ແລະ ປ້ອງກັນບໍ່ໃຫ້ມີການລະບາດໃນກົມກອງ, ໃນນີ້ວຽກງານປິ່ນປົວໃນໄລຍະຜ່ານມາ ກົມເສນາຮັກ ໄດ້ເອົາໃຈໃສ່ປັບປຸງຍົກລະດັບ ການປິ່ນປົວໃຫ້ນັບມື້ດີຂຶ້ນ ໂດຍສະເພາະຍົກລະດັບທາງດ້ານໂຄງລາງພື້ນຖານ, ສະຖານທີ່ກວດ, ສະຖານທີ່ປິ່ນປົວ ນັບແຕ່ໂຮງໝໍຂັ້ນສູນກາງ ຈົນເຖິງຂັ້ນທ້ອງຖິ່ນ, ເປັນຕົ້ນໂຮງໝໍ ສູນກາງ 103 ໄດ້ຮັບການປັບປຸງຍົກລະດັບ ມີໂຄງລາງພື້ນຖານທີ່ທັນສະໄໝ, ສະອາດ, ກວ້າງຂວາງ ປະກອບອຸປະກອນການແພດທີ່ທັນສະໄໝ ແລະ ໄດ້ນໍາໃຊ້ເຕັກນິກການປິ່ນປົວໃໝ່ທີ່ທັນສະໄໝ ເຂົ້າໃນການປິ່ນປົວເຊັ່ນ: ການປູກຖ່າຍໄຂຫຼັງ ເຊິ່ງໂຮງໝໍສູນກາງ 103 ໄດ້ເປັນໂຮງໝໍທໍາອິດ ແລະ ແຫ່ງດຽວໃນປະເທດທີ່ສາມາດປູກຖ່າຍໄຂຫຼັງໄດ້, ມາເຖິງປັດຈຸບັນສາມາດສໍາເລັດການປູກຖ່າຍໄຂຫຼັງເປັນຄູ່ທີ 21, ນອກນັ້ນຍັງມີເຕັກນິກໃໝ່ອື່ນໆເຊັ່ນ: ຈູດຄໍໜຽງ, ຈູດເສັ້ນເລືອດຂອດ, ໃສ່ສະແຕນເສັ້ນເລືອດຫົວໃຈ, ການຜ່າຕັດສະໝອງເສົາສັນຫຼັງ ບັນດາໂຮງໝໍບໍລິເວນທຸກໂຮງໝໍມີການຜ່າຕັດຜ່ານທໍ່, ບາງໂຮງໝໍສາມາດຜ່າຕັດ ສະໜອງ-ເສົາສັນຫຼັງໄດ້, ບັນດາໂຮງໝໍກອງພົນ, ທະຫານແຂວງ ແລະ ກອງພັນໃຫຍ່ ເອກະລາດກໍລ້ວນແຕ່ໄດ້ຮັບການປັບປຸງ ໂຄງລາງພື້ນຖານ, ເຕັກນິກການປິ່ນປົວ ໂດຍຖືສໍາຄັນຈັນຍາບັນ ຈັນຍາທຳແພດປະຕິວັດ ສ້າງໄດ້ຄວາມເຊື່ອໝັ້ນໄວ້ວາງໃຈ ໃຫ້ແກ່ພະນັກງານ – ນັກຮົບ ກໍຄືພໍ່ແມ່ປະຊາຊົນທີ່ເຂົ້າມາປິ່ນປົວ ສະແດງອອກສະຖິຕິການປິ່ນປົວ ສະເພາະໂຮງໝໍສູນກາງ 103 ໃນປີ 2024 ຄົນເຈັບກວດເຂດນອກ 1 ແສນ 15 ພັນກວ່າຄົນ, ນອນປິ່ນປົວ 25 ພັນ 6 ຮ້ອຍກວ່າຄົນ, ສຳລັບວຽກງານອົບຮົມກໍ່ສ້າງວຽກງານວິຊາສະເພາະໃນໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ ອົບຮົມ-ກໍ່ສ້າງ ບຸກຄະລາກອນແພດໃຫ້ມີຄຸນະພາບ, ນັບທັງກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ, ກໍ່ສ້າງຊັ້ນຕົ້ນຈົນເຖິງຫຼັງມະຫາ, ປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະ ເອົາໃຈໃສ່ຕິດຕາມການຮຽນ-ການສອນ ຢູ່ວິທະຍາຄານການແພດກອງທັບ ກໍຄືຢູ່ບັນດາໂຮງໝໍບໍລິເວນ, ໃນສົກປີ 2024 ສາມາດສໍາເລັດການສ້າງບຸກຄະລາກອນ ລະດັບຫຼັງມະຫາ 23 ຄົນ, ປະລິນຍາຕີ 66 ຄົນ, ຊັ້ນກາງ 119 ຄົນ ແລະ ຊັ້ນຕົ້ນ 65 ຄົນ, ວຽກງານການຢາ ແລະ ອຸປະກອນການແພດ ກົມເສນາຮັກ ໄດ້ເອົາໃຈໃສ່ການຂຶ້ນແຜນງົບປະມານຢາ, ເຄມີ ແລະ ອຸປະກອນການແພດ ເພື່ອໃຫ້ຕອບສະໜອງໄດ້ຕາມຄວາມຕ້ອງການປິ່ນປົວຕົວຈິງ ແລະ ມີຮ່ວງແຮສໍາຮອງສູ້ຮົບ ແລະ ກໍລະນີສຸກເສີນອື່ນໆ, ຈັດຊື້ຢາ ແລະ ອຸປະກອນການແພດ ຜ່ານການ ປະມູນ, ຍົກລະດັບການຄຸ້ມຄອງ ແລະ ເບີກຈ່າຍດ້ວຍລະບົບໄອທີ ຜ່ານປະຕູດຽວ.
ສະຫາຍ ພັນເອກ ດຣ ພູວິໄລ ພູນສະຫວັດ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັດທິດທາງແຜນການປັບປຸງວຽກງານເສນາຮັກໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ປະຕິບັດຕາມທິດຊີ້ນໍາຂອງກະຊວງປ້ອງກັນປະເທດ ກໍຄືທິດຊີ້ນໍາຂອງກົມໃຫຍ່ພະລາທິການ ໃນການປັບປຸງວຽກງານຮັບປະກັນເສນາຮັກໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ຮັບປະກັນອັດຕາສ່ວນແຂງແຮງ, ກຽມພ້ອມຮັບປະກັນເສນາຮັກໃຫ້ກອງທັບໃນທຸກສະຖານະການ, ຫັນເປັນທັນສະໄໝວຽກງານຄຸ້ມຄອງເສນາຮັກ ໂດຍສະເພາະການຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງສະຖິຕິການແພດ ເພື່ອຈະເປັນບ່ອນອີງໃນການວາງແຜນຮັບປະກັນເສນາຮັກໃຫ້ແທດເໝາະ, ນໍາໃຊ້ເທັກໂນໂລຢີໃໝ່, ນໍາໃຊ້ເຕັກນິກໃໝ່ທີ່ທັນສະໄໝ ແລະ ມີປະສິດທີ່ຜົນສູງເຂົ້າໃນການບົ່ງມະຕິ, ການປິ່ນປົວ ເພື່ອຍົກລະດັບການປ້ອງກັນພະຍາດ, ການປິ່ນປົວພະຍາດ ໃຫ້ນັບມື້ດີຂຶ້ນທຽບເທົ່າພາກພື້ນ ແລະ ສາກົນ, ສູ້ຊົນຜະລິດຢາ ແລະ ອຸປະກອນການແພດຈໍານວນໜຶ່ງ ເພື່ອນໍາໃຊ້ໃນຖັນແຖວກອງທັບ ກໍຄືຈໍາໝ່າຍ ເພື່ອເປັນການຍົກສູງນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຫຼາຍຂຶ້ນ.
ໂດຍ ນົກ ບຸນມາເລີດ