ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເໜີກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່)

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາເເຫ່ງຊາດ,

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກວຊຖ ເຕັກໂນໂລຊີ ເເລະ ການສື່ສານໄດ້ສະເໜີກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ວ່າ: ໃນປັດຈຸບັນ ສປປ ລາວ ກໍາລັງກ້າວເຂົ້າສູ່ໄລຍະສໍາຄັນຂອງການຫັນເປັນດີຈິຕອນຕາມ 3 ເສົ້າຄໍ້າຄື ລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ, ເຊິ່ງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄດ້ເນັ້ນໃສ່ການຫັນເປັນດີຈິຕອນໂດຍສະເພາະການພັດທະນາເສດຖະກິດດີຈິຕອນເປັນໜຶ່ງໃນບັນຫາສໍາຄັນໃນຊຸມປີຕໍ່ໜ້າ ໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສໍາລັບເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ມີເປົ້າໝາຍເພື່ອກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານຄວາມປອດໄພໄຊເບີ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເເລະ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ການຄຸ້ມຄອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານທັນກັບສະພາບການປ່ຽນແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ຍົກປະສິດທິພາບກົນໄກປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີທີ່ຮ້າຍແຮງ.

ເຊິ່ງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ປະກອບດ້ວຍ 10 ພາກ, 11 ໝວດ ແລະ 79ມາດຕາ ຄື: ພາກທີ I: ບົດບັນຍັດທົ່ວໄປ (ປະກອບມີ 7 ມາດຕາ),ພາກທີ II: ອົງປະກອບທີ່ສໍາຄັນຂອງຄວາມປອດໄພໄຊເປີ (ປະກອບມີ 6 ມາດຕາ),ພາກທີ III: ໂຄງລ່າງພື້ນຖານຂໍ້ມູນຂ່າວສານ ທີ່ສໍາຄັນຂອງຊາດ (ປະກອບມີ 10 ມາດຕາ) ,ພາກທີ IV: ມາດຕະການຄວາມປອດໄພໄຊເບີ (ປະກອບມີ 25 ມາດຕາ),ພາກທີ V: ການດໍາເນີນທຸລະກິດຄວາມປອດໄພໄຊເບີ (ປະກອບມີ 10 ມາດຕາ),ພາກທີ VI: ການຂຶ້ນທະບຽນຄວາມປອດໄພໄຊເບີ (ປະກອບມີ 04 ມາດຕາ),ພາກທີ VII: ຂໍ້ຫ້າມ (ປະກອບມີ 04 ມາດຕາ),ພາກທີ VIII: ການຄຸ້ມຄອງ ແລະ ການກວດກາວຽກງານຄວາມປອດໄພໄຊເປີ (ປະກອບມີ 08 ມາດຕາ),ພາກທີ IX: ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ປະກອບມີ 02 ມາດຕາ),ພາກທີ X: ບົດບັນຍັດສຸດທ້າຍ (ປະກອບມີ 03 ມາດຕາ, ສໍາລັບ ເນື້ອໃນຂອງບາງມາດຕາທີ່ມີຄວາມສໍາຄັນ ເເມ່ນຈະຕ້ອງໄດ້ສຸມໃສ່ພິຈາລະນາມີຄື: ມາດຕາ 2 ໃຫ້ນິຍາມຄວາມປອດໄພໄຊເປີ ວ່າ: ຄວາມປອດໄພໄຊເບີ ແມ່ນການປົກປ້ອງ ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈາກການໂຈມຕີທາງໄຊເບີ ຫຼື ຄວາມເສຍຫາຍຈາກໄພຄຸກຄາມທາງໄຊເບີລວມທັງການຮັກສາຄວາມຖືກຕ້ອງຂອງລະບົບ ແລະ ເຄືອຂ່າຍ ແລະ ການຮັບປະກັນຄວາມພ້ອມໃນການໃຊ້ງານຂອງລະບົບ, ມາດຕາ 3 ການອະທິບາຍຄໍາສັບ: ໄຊເບີ (Cyber) ໝາຍເຖິງ ລະບົບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຊຶ່ງປະກອບດ້ວຍ ເຄືອຂ່າຍຄອມພິວເຕີ, ໂຄງສ້າງພື້ນຖານດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ, ລະບົບຄວບຄຸມ, ອຸປະກອນເຊື່ອມຕໍ່ ແລະ ກິດຈະກຳທາງອອນລາຍທັງໝົດ; ມາດຕາ 8 ອົງປະກອບທີ່ສໍາຄັນຂອງຄວາມປອດໄພໄຊເປີ ມີ 5 ອົງປະກອບ ຄື : 1) ການຮັກສາຄວາມລັບ; 2) ຄວາມຄົບຖ້ວນສົມບູນ; 3) ຄວາມພ້ອມໃຊ້ງານ; 4) ການພິສູດຕົວຕົນ ແລະ ການຄວບຄຸມການເຂົ້າເຖິງ; 5) ຫຼັກຖານ ດີຈິຕອນ ແລະ ຄວາມຮັບຜິດຊອບ. (ອົງປະກອບເຫຼົ່ານີ້ເປັນພື້ນຖານສໍາຄັນໃນການປົກປ້ອງລະບົບ ແລະ ຂໍ້ມູນໄຊເບີ ໂດຍສະເພາະ ການປົກປ້ອງໜ່ວຍງານໂຄງລ່າງພື້ນຖານທີ່ສໍາຄັນຂອງຊາດ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໄດ້ຮັບຜົນດີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງໄດ້ອອກບົດແນະນໍາການຈັດຕັ້ງປະຕິບັດ, ຝຶກອົບຮົມໃຫ້ພະນັກງານລັດ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ຫົວໜ່ວຍທຸລະກິດຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ໂດຍສະເພາະລະຫວ່າງອົງການ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ມີປະສິດທິຜົນສູງສຸດ ເເລະ ພາຍຫຼັງທີ່ກົດໝາຍວ່າດ້ວຍຄວາມປອດໄພໄຊເບີສະບັບນີ້ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ, ຄາດວ່າຈະເປັນເຄື່ອງມືອັນສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ.

ໂດຍ: ສຸກສາຄອນ-ໄພນາລິນ.