ກອງວິທະຍຸກະຈາຍສຽງກອງທັບ ເປີດອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025





ວັນທີ 8 ກໍລະກົດ 2025 ກອງວິທະຍຸກະຈາຍສຽງກອງທັບ ໄດ້ເປີດຊຸດອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025 ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສະໝອນ ແສນມິດ ຮອງຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ໄດ້ຜ່ານແຜນການອົບຮົມວຽກງານການເມືອງ – ແນວຄິດ ຂອງກອງວິທະຍຸກະຈາຍສຽງກອງທັບ ປະຈໍາປີ 2025 ເຊິ່ງຈຸດປະສົງ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານການເມືອງໃນແຕ່ລະຂັ້ນໃຫ້ຮັບຮູ້, ກຳແໜ້ນກ່ຽວກັບແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນທີ່ ພັກ-ລັດ ມອບໝາຍໃຫ້, ຖືເອົາໂອກາດນີ້ເປັນການຍົກລະດັບຂອງພະນັກງານສະມາຊິກພັກທີ່ເຮັດວຽກງານການເມືອງໃນການເຄື່ອນໄຫວວຽກງານການເມືອງ – ແນວຄິດ, ວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມຈົງຮັກພັກດີ, ບໍລິສຸດ ສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ເພື່ອເປັນການສະຫຼຸບຖອດຖອນບົດຮຽນສົມທຽບທາງດ້ານທິດສະດີ, ຫຼັກການ, ແນວທາງຂອງພັກ ກົດໝາຍຂອງລັດ ກັບພຶດຕິກຳຕົວຈິງຢູ່ໃນກົມກອງໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການເມືອງຂອງກົມກອງ.
ໃນນີ້ ເນື້ອໃນອົບຮົມປະກອບມີ 4 ເອກະສານຄື: ເອກະສານວຽກງານການເມືອງ – ແນວຄິດ ໃນກອງທັບປະຊາຊົນລາວ, ເອກະສານວຽກງານການເມືອງ – ແນວຄິດ ໃນການປັບປຸງລະບຽບວິໄນ ຢູ່ໃນກົມກອງ, ເອກະສານປັດຊະຍາມາກ-ເລນິນ, ເອກະສານແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, ເຊິ່ງກໍານົດເວລາການຈັດຕັ້ງຝຶກອົບຮົມ 8 ວັນ ແບ່ງເປັນ 2 ຊຸດ, ຊຸດລະ 4 ວັນຈຶ່ງສໍາເລັດ.
ໂອກາດນີ້ ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໝັກໃຫ້ຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາ ເຂົ້າຮ່ວມຝຶກອົບຮົມ ເພື່ອນໍາເອົາເນື້ອໃນເອກະສານໄປຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດຕາມຈຸດປະສົງ, ລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ ກໍໄດ້ກ່າວເປີດຊຸດອົບຮົມຄັ້ງນີ້ຢ່າງເປັນທາງການ.
ຂ່າວ: ໄພນາລິນ