ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ຢູ່ໂຮງຮຽນທິດສະດີການເມືອງກອງທັບ




ວັນທີ 11 ກໍລະກົດ 2025, ຢູ່ທີ່ໂຮງຮຽນທິດສະດີການເມືອງກອງທັບ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍງານທາບທາມບຸກຄະລາກອນ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ, ວິທະຍາຄານເຕັກນິກການທະຫານ, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພາກສ່ວນທີ່ກ່ຽວຂ້ອງ ແລະ ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ 3 ພາກສ່ວນ ເຂົ້າຮ່ວມ.
ສະຫາຍ ພັນເອກ ອຳພອນ ສຸກວິໄຊ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າໜ່ວຍງານທາບທາມບຸກຄະລາກອນ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໃນຊຸມປີຜ່ານມາ, ຜ່ານມາດຖານ, ເງື່ອນໄຂຜູ້ທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2), ມາດຖານ-ເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງເປັນຄະນະປະຈໍາພັກ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ແລະ ຜ່ານບົດແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ (ສະບັບປັບປຸງ) ຕື່ມອີກ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະອຳນວຍການ ແລະ ພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ໃນຄັ້ງນີ້ ຈົ່ງພ້ອມກັນຄົ້ນຄວ້າ, ຄັດເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ຄົບຖ້ວນຕາມມາດຖານ, ເງື່ອນໄຂ ທີ່ຂັ້ນເທິງວາງອອກ ເພື່ອມານຳພາ-ຊີ້ນໍາກອງທັບປະຊາຊົນລາວ ໃຫ້ກ້າວຂຶ້ນເປັນກອງທັບປະຕິວັດ ມີແບບແຜນ ແລະ ທັນສະໄໝ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດທາບທາມເອົາບຸກຄະລາກອນຜູ້ທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ II ສໍາເລັດຕາມແຜນການ.
ພາບ-ຂ່າວ ນົກ ບຸນມາເລີດ