ຄະນະກວດກາໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວເຮັດວຽກຢູ່ກອງວິທະຍຸກະຈາຍສຽງກອງທັບ





ໃນວັນທີ 07 ກໍລະກົດ 2025, ຄະນະກວດກາໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວເຮັດວຽກ ຢູ່ກອງວິທະຍຸກະຈາຍສຽງກອງທັບໂດຍການນໍາພາຂອງສະຫາຍ ພັນໂທ ວິໄລສິນ ສິນທະສອນ ຫົວໜ້າພະເເນກກວດກາຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນໂທ ນາງ ເເສງວຽງ ເເນວຮັກພູມສະໄໜ ເລຂາຄະນະພັກຮາກຖານ, ຫົວຫນ້າການເມືອງກອງວິທະຍຸກະຈາຍສຽງກອງທັບ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານກອງວິທະຍຸກະຈາຍສຽງກອງທັບເຂົ້າຮ່ວມ.
ໂອກາດນີ້ແຕ່ລະໜ່ວຍພັກໄດ້ລາຍງານກ່ຽວກັບຜົນສໍາເລັດໃນການຊີ້ນໍາ – ນໍາພາວຽກງານກໍ່ສ້າງໜ່ວຍພັກອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະຜ່ານມາ ແລະ ທິດທາງແຜນການສູ້ຊົນໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ເເລະ ບາງບົດຮຽນທີ່ຖອດຖອນໄດ້ ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງນໍາພາແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກຂອງຕົນເປັນປົກກະຕິຕໍ່ເນື່ອງ, ເຮັດໃຫ້ພະນັກງານ-ສະມາຊິກພັກ, ມີຄວາມສະຫງົບອຸ່ນອ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົ່ງຮັກພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ຄຸນທາດການເມືອງໜັກແໜ້ນ ເປັນຕົ້ນເເມ່ນໄດ້ນຳເອົາມະຕິ, ຄຳສັ່ງ, ເອກະສານຂອງຂັ້ນເທິງໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ,ສະມາຊິກພັກ ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ, ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາສະມາຊິກພັກ ດໍາເນີນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຕາມການມອບໝາຍ ແລະ ຮັບຜິດຊອບໃນແຕ່ລະຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງພັກທາງດ້ານປະລິມານ ແລະ ຄຸນນະພາບ ຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໄດ້ເປັນຢ່າງດີ, ໃນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳເຫັນຕໍ່ບັນດາໜ້າວຽກຕ່າງໆທີ່ຍັງຄົງຄ້າງຢ່າງກົງໄປກົງມາ ເພື່ອຫາວີທີທາງແກ້ໄຂໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ຜ່ານການຕີລາແບ່ງປະເພດໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຂອງແຕ່ລະໜ່ວຍພັກຄື: ໜ່ວຍພັກບໍລິຫານ-ສັງລວມ, ໜ່ວຍພັກຂ່າວ-ຂ່າວພາຍພາຍໃນ-ຕາໜ່າງຂ່າວ, ຫນ່ວຍພັກເປົ້າໝາຍບັນເທິງ ເເລະ ໜ່ວຍພັກອີນເຕີເນັດ-ການສຽງ-ຫ້ອງສົ່ງເຄືອຂ່າຍ ໄດ້ຖືກຄັດເລືອກເປັນໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ປະເພດກາງ. ( ສາເຫດແມ່ນຍ້ອນເປັນໜ່ວຍພັກປະກາດສ້າງຕັ້ງໃໝ່ທັງ 4 ໜ່ວຍພັກ )
ໂອກາດນີ້, ສະຫາຍ ພັນໂທ ວິໄລສິນ ລິນທະສອນ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານທີ່ສາມາດຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ກໜັກຫຼາຍບັນຫາສຳຄັນ ເປັນຕົ້ນໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ,ເເກ້ໄຂຂໍ້ຄົງຄ້າງ ແລະ ສຶບຕໍ່ຊີ້ນຳ – ນໍາພາ ກໍ່ສ້າງໜ່ວຍພັກ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ເເລະ ຄຸນະພາບ, ສຶບຕໍ່ປັບປຸງແບບແຜນວິທີເຮັດວຽກ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງຄວາມຮັັບຜິດຊອບໃຫ້ບຸກຄົນ, ມີສະຕິຕຶ່ນຕົວປະຕິບັດກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັກ ກໍຄືວຽກງານວິຊາສະເພາະຂອງຕົນໃນການເປັນກະບອກສຽງຂອງກະຊວງປ້ອງກັນປະເທດຢ່າງມີຜົນສໍາເລັດອັນຈົບງາມ.
ຂ່າວ – ພາບ: ສຸກສາຄອນ.